ພາສາລາວ

ນາງຫຼີຈ່ວນ ຜູ້ອະທິບາຍໃນຫໍພິພິທະພັນເຜົ່າຕົ້ງ

cri2021-05-24 16:57:47
Share
Share this with Close
Messenger Pinterest LinkedIn

ບ້ານເກີດຂອງຂ້ອຍຢູ່ເມືອງປົກຄອງຕົນເອງເຜົ່າຕົ້ງຊານຈ່ຽງເຂດກວາງຊີ

ເພື່ອໃຫ້ຄົນຮູ້ຈັກກັບເມືອງນີ້ນັບມື້ນັບຫຼາຍຂຶ້ນ, ພາຍຫຼັງຮຽນຈົບຈາກມະຫາວິທະຍາໄລແລ້ວ, ຂ້ອຍໄດ້ກັບບ້ານເກີດເປັນຜູ້ອະທິບາຍແລະແນະນຳວັດທະນະທຳເຜົ່າຕົ້ງຢູ່ຫໍພິພິທະພັນເຜົ່າຕົ້ງຊານຈ່ຽງ

ຂ້ອຍມັກພານັກທ່ອງທ່ຽວໄປທ່ຽວບ້ານຕ່າງໆ, ແຕ່ລະບ້ານຂອງເຜົ່າຕົ້ງລ້ວນແຕ່ເປັນຫໍພິພິທະພັນທຳມະຊາດທີ່ຄົບຖ້ວນແຫ່ງໜຶ່ງ

ຂ້ອຍມັກເບິ່ງຊາວບ້ານທັງຫຼາຍພັກຜ່ອນຄາຍຄວາມຮ້ອນ, ລົມກັນແບບສະບາຍ, ຖັກແສ່ວ ແລະ ຮ້ອງເພງຕໍ່ແຍກັບນັກທ່ອງທ່ຽວ

ຂ້ອຍມັກນຸ່ງຊຸດເຜົ່າຕົ້ງ, ມັກພານັກທ່ອງທ່ຽວຊອກຮູ້ວັດທະນະທຳການນຸ່ງຖືຂອງເຜົ່າຕົ້ງ, ຍັງຊ່ວຍເຂົາເຈົ້າຕິດຕໍ່ຫາຊ່າງຖັກແສ່ວເຜົ່າຕົ້ງເພດຍິງ ເພື່ອຕັດເຄື່ອງນຸ່ງສ່ວນຕົວ

ລູກສາວຂ້ອຍຫາກໍ່ມີອາຍຸໄດ້ໜຶ່ງປີປາຍ, ໃນໄລຍະທີ່ລູກຍັງຍ່າງບໍ່ທັນເປັນ, ຂ້ອຍກໍເລີ່ມຕັດຊຸດເຜົ່າຕົ້ງໃຫ້ລູກແລ້ວ

ຫວັງວ່າ ໃນເວລາລາວແຕ່ງດອງ, ຈະສາມາດນຸ່ງຊຸດເຜົ່າຕົ້ງທີ່ແມ່ຕັດໃຫ້ສະເພາະລາວ

ຂ້ອຍຍັງໄປສອນວິທີແຕ້ມຮູບເຜົ່າຕົ້ງຢູ່ໂຮງຮຽນອີກ. ນັກຮຽນທັງຫຼາຍສາມາດສຳຜັດກັບຄວາມງາມ ແລະ ການປ່ຽນແປງແບບໜ້າມືເປັນຫຼັງມືຂອງບ້ານເກີດຈາກຮູບແຕ້ມ

ເພື່ອອະນຸລັກແລະພັດທະນາວັດທະນະທຳຊົນເຜົ່າສ່ວນໜ້ອຍ, ລັດຖະບານຈີນໄດ້ປະຕິບັດມາດຕະການທີ່ມີລັກສະນະສົ່ງເສີມຫຼາຍຢ່າງຫຼາຍແນວ. ປັດຈຸບັນ, ຊາວໜຸ່ມໃນບ້ານເກີດຂອງຂ້ອຍໄດ້ເຂົ້າຮ່ວມການສືບທອດວັດທະນະທຳນັບມື້ນັບຫຼາຍຂຶ້ນ

ເຊື່ອວ່າ ພາຍໃຕ້ຄວາມພະຍາຍາມຮ່ວມຂອງພວກເຮົາ, ມູນເຊື້ອວັດທະນະທຳທີ່ດີເດັ່ນຂອງເຜົ່າຕົ້ງຈະສາມາດສືບທອດຕະຫຼອດໄປ

ຂ້ອຍມັກບ້ານເກີດຂອງຂ້ອຍ, ຂ້ອຍຊື່ຫຼີຈ່ວນ ຜູ້ອະທິບາຍໃນຫໍພິພິທະພັນເຜົ່າຕົ້ງເມືອງຊານຈ່ຽງ

Share with:

2021-05-24 16:57:47 cri

ນາງຫຼີຈ່ວນ ຜູ້ອະທິບາຍໃນຫໍພິພິທະພັນເຜົ່າຕົ້ງ

Share this story on

Messenger Pinterest LinkedIn