ພາສາລາວ

ນາງຈ່າງຊ້ຽວຊ້ຽວ ອາຈານສອນຟ້ອນລາຕິນ

cri2021-05-18 15:08:42
Share
Share this with Close
Messenger Pinterest LinkedIn

ຂ້ອຍແມ່ນອາຈານຄົນໜຶ່ງ, ປີນີ້ຂ້ອຍມີອາຍຸ 28 ປີ

ຂ້ອຍແມ່ນນັກຟ້ອນຜູ້ໜຶ່ງ, ຊ່າງຟ້ອນແບບລາຕິນ

ຂ້ອຍເຄີຍເຂົ້າຊີງຮອບ 6 ຄົນສຸດທ້າຍໃນການແຂ່ງຂັນຟ້ອນມືອາຊີບແບບລາຕິນລະດັບສາກົນໃນພາກພື້ນອາຊີ

ເວົ້າສຳລັບຂ້ອຍແລ້ວ, ການຟ້ອນໄດ້ເພີ່ມພະລັງທາງດ້ານຈິດໃຈໃຫ້ກັບຂ້ອຍ

ເຮັດໃຫ້ຂ້ອຍມີຈິດໃຈອົດທົນ ແລະ ເຂັ້ມແຂງກວ່າເກົ່າ

ຕະຫຼອດໄລຍະການຟ້ອນ, ຂ້ອຍບໍ່ຍອມຮັບຄວາມສາມາດຂອງຕົນເອງ ແລະ ພິສູດຕົນເອງຢູ່ເລື້ອຍໆ

ເຮັດແບບນີ້ໄດ້ເປັນການເພີ່ມພະລັງທີ່ເຂັ້ມແຂງກວ່າເກົ່າໃຫ້ກັບຂ້ອຍ ເຮັດໃຫ້ຂ້ອຍສາມາດປັບປຸງຕົນເອງຢູ່ເລື້ອຍໆ

ປັດຈຸບັນ, ຂ້ອຍສອນວິຊາຟ້ອນຢູ່ມະຫາວິທະຍາໄລເຫີນານ

ເຂົາເຈົ້າລ້ວນແຕ່ເປັນນັກຮຽນຂອງຂ້ອຍ. ຂ້ອຍມັກຮ່ວມຊີວິດນຳເຂົາເຈົ້າທຸກນາທີ

ໃນໂມງສອນ, ຂ້ອຍຈະສອນຈົນສຸດຄວາມສາມາດ ເຊິ່ງກໍເປັນການແກ່ຍາວ “ຊີວິດຟ້ອນ”ຂອງຂ້ອຍ

ຫວັງວ່າມີມື້ໜຶ່ງ, ເຂົາເຈົ້າຈະສາມາດໄປສະແດງຢູ່ຕາມເວທີຂະໜາດໃຫຍ່ກວ່າ ແລະ ມີຜົນງານທີ່ດີກວ່າອີກ

ເພື່ອນຮ່ວມຮຽນຂອງຂ້ອຍຫຼາຍຄົນໄດ້ປະຖິ້ມຊີວິດຟ້ອນຂອງຕົນໃນໄລຍະຮຽນຢູ່ມະຫາວິທະຍາໄລ

ແຕ່ຂ້ອຍພັດມັກການຟ້ອນມາຕັ້ງແຕ່ນ້ອຍ, ຂ້ອຍໄດ້ຖືເອົາການຟ້ອນເປັນຊີວິດຈິດໃຈຂອງຂ້ອຍຕະຫຼອດມາ

ແຕ່ກ່ອນ, ຂ້ອຍຢາກເຂົ້າຮ່ວມການແຂ່ງຂັນຕະຫຼອດໄປ

ແຕ່ວ່າ, ພາຍຫຼັງຂ້ອຍເປັນອາຈານສອນແລ້ວ, ຄວາມໃຝ່ຝັນຂອງຂ້ອຍແມ່ນຢາກຊ່ວຍນັກຮຽນສ້າງຜົນງານໃຫ້ໄດ້ດີກວ່າເກົ່າ ໂດຍຜ່ານຄວາມພະຍາຍາມຮ່ວມກັນ, ແຕ່ກໍບໍ່ແມ່ນພຽງດ້ານການແຂ່ງຂັນເທົ່ານັ້ນ

ເວົ້າສຳລັບຂ້ອຍແລ້ວ, ການຟ້ອນແບບລາຕິນ, ເປັນການສະແຫວງຫາທາງດ້ານສິລະປະ ແລະ ກໍແມ່ນຊ່ອງທາງການແລກປ່ຽນວັດທະນະທຳກັບຕ່າງປະເທດ

ເດືອນເມສາປີນີ້, ທາງມະຫາວິທະຍາໄລໄດ້ຕົກລົງຈັດງານກິລາລະດູບານໃໝ່ຄັ້ງທຳອິດ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ານພົ້ນໄປ

12全文 2 下一页

Share this story on

Messenger Pinterest LinkedIn