ພາສາລາວ

ທ່ານສີຈິ້ນຜິງສະແດງຄວາມຂອບໃຈຕໍ່ປະຊາຊົນຜູ້ຍົກຍ້າຍຖິ່ນຖານຈາກເຂດອ່າງນ້ຳເຊິ່ງເປັນການປະກອບສ່ວນເຂົ້າໃນພາລະກິດພັດທະນາຊາດ

cri2021-05-14 16:06:26
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 13 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປຮອດບ້ານໂຈ່ຈ່ວງເມືອງຊີ່ຊ່ວນທີ່ເປັນບ້ານຊາວຍົກຍ້າຍຖິ່ນຖານໃນໂຄງການສົ່ງນ້ຳຈາກພາກໃຕ້ສູ່ພາກເໜືອຂອງປະເທດຈີນ, ເພື່ອຮັບຮູ້ສະພາບການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ.

ທ່ານສີຈິ້ນຜິງກ່າວຕໍ່ພີ່ນ້ອງປະຊາຊົນວ່າ: “ການກໍ່ສ້າງ ການດຳເນີນງານ ແລະ ການຍົກຍ້າຍປະຊາຊົນໃນໂຄງການສົ່ງນ້ຳຈາກພາກໃຕ້ສູ່ພາກເໜືອນັ້ນ, ຂ້າພະເຈົ້າໄດ້ເອົາໃຈໃສ່ຕິດຕາມມາໂດຍຕະຫຼອດ. ຂ້າພະເຈົ້າຂໍຕາງໜ້າໃຫ້ສູນກາງພັກສະແດງຄວາມຂອບອົກຂອບໃຈຕໍ່ຜູ້ກໍ່ສ້າງ ຜູ້ຄຸ້ມຄອງໂຄງການ ກໍຄືປະຊາຊົນອັນໄພສານທີ່ຍົກຍ້າຍຖິ່ນຖານເພື່ອໂຄງການນີ້, ຂໍສະແດງຄວາມຂອບໃຈຕໍ່ບັນດາທ່ານທີ່ໄດ້ປະກອບສ່ວນຢ່າງພົ້ນເດັ່ນ. ເພື່ອໃຫ້ປະຊາຊົນທີ່ອາໄສຢູ່ລຽບຕາມໂຄງການນີ້ມີນ້ຳດື່ມທີ່ມີຄຸນນະພາບດີ, ບັນດາທ່ານໄດ້ສະຫຼະຜົນປະໂຫຍດຂອງຄອບຄົວຕົນເອງ ເພື່ອສ້າງຜົນປະໂຫຍດໃຫ້ແກ່ວົງຄະນາຍາດແຫ່ງຊາດ, ນີ້ແມ່ນນ້ຳໃຈອຸທິດຕົນທີ່ຍິ່ງໃຫຍ່. ສຸພາສິດຈີນເວົ້າວ່າ ເວລາດື່ມນ້ຳຕ້ອງຮູ້ບຸນຄຸນຜູ້ຂຸດນ້ຳສ້າງ, ບັນດາສະຫາຍກໍເປັນຜູ້ຂຸດນ້ຳສ້າງ. ຫວັງຢ່າງຍິ່ງວ່າພີ່ນ້ອງປະຊາຊົນມີຈະຊີວິດການເປັນຢູ່ນັບມື້ນັບດີຂຶ້ນ!”

Share with:

2021-05-14 16:06:26 CRI

ທ່ານສີຈິ້ນຜິງສະແດງຄວາມຂອບໃຈຕໍ່ປະຊາຊົນຜູ້ຍົກຍ້າຍຖິ່ນຖານຈາກເຂດອ່າງນ້ຳເຊິ່ງເປັນການປະກອບສ່ວນເຂົ້າໃນພາລະກິດພັດທະນາຊາດ

Share this story on

Messenger Pinterest LinkedIn