ພາສາລາວ

ທ່ານສີຈິ້ນຜິງກ່າວວ່າ: ຕ້ອງປະດິດສ້າງໃໝ່ຈຶ່ງສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້

cri2021-04-27 16:42:53
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 26 ເມສານີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດເບິ່ງການເຄື່ອນໄຫວວຽກງານຂອງກຸ່ມບໍລິສັດຫຼິວກົ່ງກວາງຊີ, ເພື່ອຮັບຮູ້ສະພາບການຜະລິດ ທຸລະກິດ ແລະ ການຄົ້ນຄວ້າພັດທະນາເຕັກໂນໂລຊີແບບບຸກທະລຸຂອງວິສາຫະກິດ.

ທ່ານສີຈິ້ນຜິງກ່າວວ່າ, ໃນໄລຍະປະຕິບັດແຜນການ 5 ປີຄັ້ງທີ 14 ໄດ້ກຳນົດໄຫ້ມີການພັດທະນາດ້ວຍຄຸນນະພາບສູງ, ນີ້ແມ່ນເສັ້ນທາງທີ່ຕ້ອງເດີນຜ່ານຂອງພວກເຮົາ, ໃນການພັດທະນາດ້ວຍຄຸນນະພາບສູງ, ອຸດສາຫະກຳການຜະລິດອຸປະກອນກົນຈັກມີຄວາມສຳຄັນຢ່າງຍິ່ງ. ໃນການພັດທະນາດ້ວຍຄຸນນະພາບສູງ, ການປະດິດສ້າງໃໝ່ມີຄວາມສຳຄັນຫຼາຍ, ມີແຕ່ປະດິດສ້າງໃໝ່ຈຶ່ງສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ ແລະສາມາດຍາດແຍ່ງການເປັນຜູ້ນຳໜ້າໄດ້, ຕ້ອງເດີນຕາມເສັ້ນທາງສາຍນີ້ຢ່າງເດັດດ່ຽວ, ສືບຕໍ່ສຸມຄວາມພະຍາຍາມເຂົ້າໃນວຽກງານນີ້ໃຫ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ.

Share with:

2021-04-27 16:42:53 CRI

ທ່ານສີຈິ້ນຜິງກ່າວວ່າ: ຕ້ອງປະດິດສ້າງໃໝ່ຈຶ່ງສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້

Share this story on

Messenger Pinterest LinkedIn