ພາສາລາວ

ລັດຖະບານລາວໄດ້ຮຽກຮ້ອງໃຫ້ “ສະຫຼອງບຸນປີໃໝ່ຢູ່ກັບທີ່”

cri2021-04-14 20:05:30
Share
Share this with Close
Messenger Pinterest LinkedIn

ບຸນປີໃໝ່ລາວໃນກາງເດືອນເມສາຂອງທຸກປີເປັນບຸນປະເພນີທີ່ສຳຄັນທີ່ສຸດໃນປີໜຶ່ງຂອງລາວ. ໃນຖານະເປັນບຸນປະເພນີຂອງປະເທດລາວ, ເມື່ອບຸນປີໃໝ່ໝູນວຽນມາເຖິງ, ທ້ອງຖິ່ນຕ່າງໆຈະມີຄວາມຟົດຟື້ນມ່ວນຊື່ນທີ່ສຸດ, ຄົນທັງຫຼາຍຈະຫົດນ້ຳກັນ ເພື່ອອວຍພອນກັນໃຫ້ປາສະຈາກໂລກໄພໄຂ້ເຈັບ ແລະ ອວຍພອນໃຫ້ປີໃໝ່ຈົ່ງມີແຕ່ໂຊກລາບ.

ໂດຍໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ບຸນປີໃໝ່ໃນປີຜ່ານມາໄດ້ຍົກເລີກກິດຈະກຳສະເຫຼີມສະຫຼອງຕ່າງໆ, ພາຍຫຼັງໄດ້ປະຕິບັດມາດຕະການປ້ອງກັນແລະຄວບຄຸມພະຍາດເປັນເວລາປີໜຶ່ງແລ້ວ, ປະຊາຊົນລາວກໍຢາກສະຫຼອງບຸນປີໃໝ່ຢ່າງຄຶກຄື້ນຟົດຟື້ນ ເພື່ອຜ່ອນຄາຍອາລົມ. ແຕ່ວ່າ: ປີໃໝ່ປີນີ້ອາດຈະຍັງຄືກັບປີຜ່ານມາ.

ຍ້ອນວ່າໃນໄລຍະມໍ່ໆມານີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ໄທ ແລະ ກຳປູເຈຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ເພື່ອປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້ດີກວ່າເກົາ, ລັດຖະບານລາວໄດ້ປະຕິບັດມາດຕະການປ້ອງກັນແລະຄວບຄຸມທີ່ເຂັ້ມງວດກວ່າເກົ່າ. ທ້າຍເດືອນແລ້ວນີ້, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ເຜີຍແຜ່ຂໍ້ກຳນົດວ່າດ້ວຍການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະບຸນປີໃໝ່ລາວວ່າ: ຫ້າມຈັດກິດຈະກຳກາງແຈ້ງຂະໜາດໃຫຍ່, ຫ້າມຫົດນ້ຳໃສ່ຄົນຍ່າງຕາມທາງ ແລະ ອື່ນໆ. ນະຄອນຫຼວງພະບາງກໍໄດ້ອອກແຈ້ງການວ່າ: ຈະປັບກິດຈະກຳສະຫຼອງບຸນປີໃໝ່ປີນີ້ເປັນເວລາ 3 ວັນ. ຕອນເຊົ້າວັນທີ 12 ເມສານີ້, ເນື່ອງໃນໂອກາດບຸນປີໃໝ່ລາວໃກ້ຈະໝູນວຽນມາເຖິງ, ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ເນັ້ນໃຫ້ເອົາໃຈໃສ່ສະພາບການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວເປັນພິເສດ ແລະ ຮຽກຮ້ອງໃຫ້ປະຊາຊົນລາວຈົ່ງປະຕິບັດຕາມມາດຕະການປ້ອງກັນແລະຄວບຄຸມພະຍາດຂອງລັດຖະບານ, ປະກອບສ່ວນເທົ່າທີ່ຄວນ ເພື່ອປ້ອງກັນແລະຄວບຄຸມພະຍາດ.

ເຖິງວ່າຈະບໍ່ສາມາດສະຫຼອງບຸນປີໃໝ່ໄດ້ຄືສະພາບປົກກະຕິຄືເກົ່າ, ແຕ່ປະຊາຊົນລາວກໍໄດ້ໃຊ້ການກະທຳຕົວຈິງ ເພື່ອສະໜັບສະໜູນລັດຖະບານ. ຊາວເນັດຫຼາຍຄົນໄດ້ໂພສຂໍ້ຄວາມລົງໃນສື່ສັງຄົມອອນລາຍ, ຍັງໄດ້ໂພສຮູບພາບກ່ຽວກັບຄູ່ມືໃນການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຂອງລັດຖະບານ ເພື່ອເຕືອນໃຫ້ໝູ່ຄູ່ຂອງຕົນປະຕິບັດຕາມຂໍ້ກຳນົດວ່າດ້ວຍການປ້ອງກັນແລະຄວບຄຸມທີ່ກ່ຽວຂ້ອງ.

ເລື່ອງນີ້ກໍພາໃຫ້ດວງພະຈັນຫວນຄືນເລື່ອງທີ່ເກີດຂຶ້ນໃນຍາມບຸນກຸດຈີນໃນເດືອນກຸມພາຜ່ານມານີ້. ຍ້ອນວ່າສະພາບພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ຕ່າງປະເທດຢ່າງຮ້າຍແຮງ, ສະພາບການປ້ອງກັນແລະຄວບຄຸມພະຍາດຢູ່ພາຍໃນປະເທດຈີນກໍປະເຊີນກັບສະພາບການຫຍຸ້ງຍາກ. ສະນັ້ນ, ທ້ອງຖິ່ນຕ່າງໆຂອງຈີນກໍໄດ້ຮຽກຮ້ອງໃຫ້ “ສະຫຼອງບຸນກຸດຈີນຢູ່ກັບທີ່” ເພື່ອຫຼຸດຄວາມສ່ຽງໃນການແຜ່ລະບາດຂອງພະຍາດ ຈາກການອອກເດີນທາງສັນຈອນໄປມາຢ່າງຂະໜາດໃຫຍ່. ໃນໄລຍະບຸນກຸດຈີນ, ປະຊາຊົນຈີນໄດ້ອວຍພອນປີໃໝ່ໃຫ້ກັນທາງໂທລະສັບ ຫຼື ວິດີໂອ. ທຸກຄົນໄດ້ປະກອບສ່ວນຢ່າງມີສະຕິ ເພື່ອປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ ເຊິ່ງເຮັດໃຫ້ພະຍາດໂຄວິດ-19 ບໍ່ໄດ້ລະບາດຢ່າງຮ້າຍແຮງໃນຍາມບຸນກຸດຈີນ.

ກໍຄືກັນກັບຈີນ, ໃນໄລຍະບຸນປີໃໝ່ລາວ, ລັດຖະບານລາວກໍໄດ້ເພີ່ມທະວີການກວດກາຄົນເຂົ້າອອກເມືອງ ແລະ ຕິດຕາມລາຄາສິນຄ້າໃນໄລຍະບຸນຢ່າງໃກ້ຊິດ ເພື່ອໃຫ້ປະຊາຊົນສາມາດສະຫຼອງບຸນຢ່າງມີຄວາມສຸກ. ການມີຄວາມປອດໄພຈິ່ງແມ່ນຂອງຂວັນປີໃໝ່ທີ່ດີທີ່ສຸດທີ່ລັດຖະບານລາວມອບໃຫ້ກັບປະຊາຊົນລາວ. ສະນັ້ນ, ວິທີການສະຫຼອງບຸນປີໃໝ່ປີນີ້ກໍຍ່ອມຈະເປັນການສະຫຼອງບຸນທີ່ພິເສດອີກປີໜຶ່ງໃນປະຫວັດສາດ.

Share with:

2021-04-14 20:05:30 cri

ລັດຖະບານລາວໄດ້ຮຽກຮ້ອງໃຫ້ “ສະຫຼອງບຸນປີໃໝ່ຢູ່ກັບທີ່”

Share this story on

Messenger Pinterest LinkedIn