ພາສາລາວ

ຄຳຂວັນຂອງພັກກອມມູນິດຈີນໃນແຕ່ລະໄລຍະສ່ອງແສງໃຫ້ເຫັນເຖິງຄວາມສະຫຼາດສ່ອງໃສດ້ານການປົກຄອງທາງການເມືອງຂອງພັກ

cri2021-03-31 16:34:22
Share
Share this with Close
Messenger Pinterest LinkedIn

ນັບແຕ່ໄດ້ສ້າງຕັ້ງຂຶ້ນໃນປີ 1921 ເປັນຕົ້ນມາ, ພັກກອມມູນິດຈີນໄດ້ເດີນຜ່ານເສັ້ນທາງທີ່ເຕັມໄປດ້ວຍຟ້າຝົນລົມແດງ, ເດີນຜ່ານເສັ້ນທາງທີ່ບໍ່ທຳມະດາເປັນຮ້ອຍປີ. ຕະຫຼອດຮ້ອຍປີມານີ້, ພັກກອມມູນິດຈີນໄດ້ປ່ຽນແປງຊາຕາກຳຂອງຊົນຊາດຈີນ ແລະ ປະຊາຊົນຈີນ ພ້ອມທັງໄດ້ສ້າງຜົນສະທ້ອນອັນເລິກເຊິ່ງ ຕໍ່ສະຖານະການສາກົນ.

ເມື່ອຫວນຄືນປະຫວັດສາດການສູ້ຊົນຜ່ານຜ່າຮ້ອຍປີຂອງພັກ ຈະສາມາດເຫັນໄດ້ວ່າ: ໃນປະຫວັດສາດແຕ່ລະໄລຍະ, ພັກກອມມູນິດຈີນໄດ້ສະເໜີຄຳຂວັນທີ່ຕ່າງກັນອອກມາ. ຄຳຂວັນເຫຼົ່ານີ້ ໄດ້ສ່ອງແສງໃຫ້ເຫັນເຖິງແນວຄວາມຄິດດ້ານການປົກຄອງທາງການເມືອງຂອງພັກກອມມູນິດຈີນ, ໄດ້ສ່ອງແສງໃຫ້ເຫັນເຖິງຄວາມໃຝ່ຝັນ ແລະ ຄວາມພະຍາຍາມຂອງພັກ ແລະ ປະຊາຊົນໃນແຕ່ລະໄລຍະ, ໄດ້ຊີ້ທິດທາງກ້າວເດີນໃຫ້ແກ່ປະເທດຈີນ ແລະ ໄດ້ກາຍເປັນໜຶ່ງໃນ “ເຄັດລັບສຳເລັດຜົນ” ຂອງພັກກອມມູນິດຈີນ.

ເດືອນກໍລະກົດປີ 1922, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ້, ກອງປະຊຸມໄດ້ສະເໜີຄຳຂວັນທີ່ວ່າ: “ພັກກອມມູນິດຈີນໝັ້ນຍືນ!” ອອກມາຢ່າງຈະແຈ້ງ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງອຸດົມຄະຕິອັນໜັກແໜ້ນຂອງຊາວກອມມູນິດ ໃນການຍາດເອົາໄຊຊະນະຂອງພາລະກິດກອມມູນິດຂອງຈີນ; ໃນເວລາຜະເຊີນໜ້າກັບສົງຄາມຮຸກຮານຈີນຂອງຈັກກະພັດຍີ່ປຸ່ນ, ພັກກອມມູນິດຈີນໄດ້ສະເໜີຄຳຂວັນ “ຢຸດຕິສົງຄາມການເມືອງ, ຮ່ວມກັນຕ້ານກັບການຮຸກຮານຈາກສັດຕູພາຍນອກ”, ຄັດຄ້ານການປະນິປະນອມ, ການແບ່ງແຍກ ແລະ ການທໍ້ຖອຍທຸກຮູບແບບ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຫຼັກໝັ້ນອັນເດັດດ່ຽວຂອງພັກກອມມູນິດຈີນ ທີ່ຈະຕໍ່ສູ້ຈົນເຖິງທີ່ສຸດ ເພື່ອການຢູ່ລອດຂອງຊົນຊາດຈີນ; ປີ 1945, ພາຍຫຼັງສົງຄາມຕໍ່ຕ້ານການຮຸກຮານຂອງຈັກກະພັດຍີ່ປຸ່ນຂອງຈີນ ໄດ້ຮັບໄຊຊະນະແລ້ວ, ພັກກອມມູນິດຈີນໄດ້ສະເໜີ 3 ຄຳຂວັນໃຫຍ່ ຄື “ສັນຕິພາບ, ປະຊາທິປະໄຕ ແລະ ສາມັກຄີກັນ” ອອກມາ ເຊິ່ງໄດ້ບັນຍາຍຈຸດຢືນຂອງຕົນ ທີ່ບັນລຸຄວາມເປັນເອກະພາບແຫ່ງຊາດ, ສ້າງສາປະເທດຈີນໃໝ່ທີ່ມີເອກະລາດ, ເສລີພາບ ແລະ ມັ່ງຄັ່ງເຂັ້ມແຂງ ບົນພື້ນຖານສັນຕິພາບ, ປະຊາທິປະໄຕ ແລະ ສາມັກຄີກັນ; ພາຍຫຼັງສະຖາປະນາສາທາລະນະລັດປະຊາຊົນຈີນແລ້ວ, ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ພັດທະນາພາລະກິດສັງຄົມນິຍົມ, ຄຳຂວັນທີ່ວ່າ: “ບາກບັ່ນຂະຫຍັນພຽນຢູ່ກ່ອນ, ສະເຫວີຍສຸກຕາມຫຼັງ” ໄດ້ກາຍເປັນພະລັງທາງດ້ານຈິດໃຈ ທີ່ກະຕຸກຊຸກຍູ້ໃຫ້ປະຊາຊົນຈີນບຸກບືນກ້າວໜ້າຢ່າງບໍ່ລົດລະ; ຄຽງຄູ່ກັບຈີນດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ສັງຄົມຈີນພັດທະນາກ້າວໄປໜ້າເລື້ອຍໆ, ໃນໄລຍະນີ້, ຄຳຂວັນທີ່ວ່າ: “ປົດປ່ອຍແນວຄິດ, ສະແຫວງຫາສັດຈະດ້ວຍຄວາມເປັນຈິງ” ໄດ້ສ້າງພື້ນຖານດ້ານແນວຄິດໃຫ້ແກ່ປະຊາຊົນຈີນ ເພື່ອທັບມ້າງຄວາມຜູກມັດດ້ານແນວຄິດ. ມາຮອດສະໄໝປັດຈຸບັນ, ຄຳຂວັນຕ່າງໆ ເຊັ່ນ: “ສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ”, “ການປົກຄອງປະເທດຕາມກົດໝາຍ”, “ພູຂຽວນ້ຳໃສຈິ່ງແມ່ນພູເງິນພູຄຳ” ແລະ ອື່ນໆ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມສະຫຼາດສ່ອງໃສດ້ານການປົກຄອງທາງການເມືອງຂອງພັກກອມມູນິດຈີນ.

ນັບແຕ່ພັກກອມມູນິດຈີນສ້າງຕັ້ງຂຶ້ນເປັນຮ້ອຍປີມານີ້, ເຖິງແມ່ນວ່າຄຳຂວັນຂອງພັກ ໄດ້ເກີດມີການປ່ຽນແປງຫຼາຍຢ່າງໃນດ້ານເນື້ອໃນ ແລະ ແນວຄວາມຄິດກໍຕາມ, ແຕ່ທາດແທ້ແຫ່ງ “ການຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ” ຂອງພັກກອມມູນິດຈີນ ບໍ່ເຄີຍມີການປ່ຽນແປງຈັກເທື່ອ ເຊິ່ງເຮັດໃຫ້ພັກກອມມູນິດຈີນໄດ້ຮັບການສະໜັບສະໜູນຈາກປະຊາຊົນຈີນມາໂດຍຕະຫຼອດ. ຄຳຂວັນທີ່ສອດຄ່ອງກັບຍຸກສະໄໝ ກໍເຮັດໃຫ້ພັກກອມມູນິດຈີນ ເຕັມໄປດ້ວຍຄວາມມີຊີວິດຊີວາຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງກະຕຸກຊຸກຍູ້ໃຫ້ປະຊາຊົນຈີນ ສາມາດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ ແລະ ຍາດເອົາໄຊຊະນະເລື້ອຍໆ ພາຍໃຕ້ການປຸກລະດົມຂົນຂວາຍຂອງພັກກອມມູນິດຈີນ.

Share with:

2021-03-31 16:34:22 cri

ຄຳຂວັນຂອງພັກກອມມູນິດຈີນໃນແຕ່ລະໄລຍະສ່ອງແສງໃຫ້ເຫັນເຖິງຄວາມສະຫຼາດສ່ອງໃສດ້ານການປົກຄອງທາງການເມືອງຂອງພັກ

Share this story on

Messenger Pinterest LinkedIn