ພາສາລາວ

ຢາກຮັ່ງມີຂຶ້ນ, ຕ້ອງທະລຸເສັ້ນທາງກ່ອນ

cri2021-03-09 18:37:13
Share
Share this with Close
Messenger Pinterest LinkedIn

ເສັ້ນທາງກໍຄືສາຍເລືອດຂອງຄົນ, ການວຽນຂອງໄຫຼເລືອດຕ້ອງມີສາຍເລືອດເປັນສິ່ງຄ້ຳຊູ. ການຄົມມະນາຄົມທີ່ສະດວກສາມາດຫຼຸດຕົ້ນທຶນດ້ານການຂົນສົ່ງ, ການເຄື່ອນຍ້າຍຂອງຄົນແລະການຂົນສົ່ງສິນຄ້າກໍຈະງ່າຍກວ່າເກົ່າ, ແລ້ວກໍຈະສາມາດສ້າງໂອກາດໃຫ້ກັບວຽກງານການລຶບລ້າງຄວາມທຸກຍາກແລະຮັ່ງມີຂຶ້ນສຳລັບເຂດດ້ອຍພັດທະນາ.

ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, ອາເມຣິກາໄດ້ສ້າງທາງດ່ວນລະຫວ່າງລັດກັບລັດຢ່າງຫຼວງຫຼາຍ, ໄດ້ສ້າງລະບົບຄົມມະນາຄົມຂົນສົ່ງທີ່ສະດວກແລະປອດໄພ, ໄດ້ຊຸກຍູ້ການໄຫຼວຽນດ້ານບຸກຄະລາກອນແລະວັດຖຸສິ່ງຂອງ. ຍ້ອນໄດ້ຜົນປະໂຫຍດຈາກລະບົບຂົນສົ່ງດັ່ງກ່າວ, ເສດຖະກິດອາເມຣິກາໄດ້ພັດທະນາຢ່າງວ່ອງໄວ.

ໃນເມື່ອກ່ອນ, ການຄົມມະນາຄົມບໍ່ດີແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ຫຼາຍເຂດຂອງຈີນທຸກຍາກ. ຍ້ອນວ່າເສັ້ນທາງເຂົ້າອອກຍັງບໍ່ທັນສະດວກ, ຜະລິດຕະພັນທີ່ມີເອກະລັກພິເສດແລະທິວທັດທຳມະຊາດທີ່ສວຍງາມຂອງເຂດທຸກຍາກຈຶ່ງຖືກຈຳກັດໄວ້ຢູ່ພຽງແຕ່ຢູ່ທ້ອງຖິ່ນ, ບໍ່ສາມາດສົ່ງອອກໄປສູ່ບ່ອນອື່ນໄດ້. ອີກດ້ານໜຶ່ງ, ຍ້ອນວ່າເສັ້ນທາງເຂົ້າອອກຍັງບໍ່ທັນສະດວກ, ສົ່ງຜົນເຮັດໃຫ້ບຸກຄະລະກອນ, ຊັບພະຍາກອນແລະວິສາຫະກິດດີເດັ່ນທີ່ວຽກງານລຶບລ້າງຄວາມທຸກຍາກແລະຮັ່ງມີຂຶ້ນມີຄວາມຕ້ອງການຢູ່ນັ້ນບໍ່ສາມາດເຂົ້າໄປເຖິງເຂດເຫຼົ່ານີ້ໄດ້ຢ່າງທັນເວລາ. ດັ່ງນັ້ນຢາກຮັ່ງມີຂຶ້ນຕ້ອງທະລຸເສັ້ນທາງກ່ອນ, ລະບົບຄົມມະນາຄົມຕ້ອງພັດທະນາຂຶ້ນແລະເຮັດໃຫ້ການຈໍລະຈອນສິນຄ້າມີຄວາມສະດວກ.

ພາຍຫຼັງຈີນໄດ້ດຳເນີນນະໂຍບາຍປະຕິຮູບແລະເປີດປະຕູສູ່ພາຍນອກເປັນໄລຍະເວລາ 41 ປີມານີ້, ຈີນໄດ້ຮັບຜົນສຳເລັດທີ່ປະຈັກຕາຕໍ່ຊາວໂລກໃນການກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມ. ປະເທດຈີນໃນປັດຈຸບັນມີໄລຍະທາງດ່ວນລວມກັນຍາວທີ່ສຸດໃນໂລກເປັນຫຼາຍປີລຽນຕິດ, ທັງແມ່ນປະເທດທີ່ມີເຕັກນິກລະບົບລົດໄຟຄວາມໄວສູງຄົບຖ້ວນທີ່ສຸດໃນໂລກ, ມີໄລຍະທາງລົດໄຟທີ່ເຄື່ອນໄຫວຍາວທີ່ສຸດແລະມີໂຄງການການສ້າງທາງລົດໄຟຍາວທີ່ສຸດໃນໂລກ. ການພັດທະນາດ້ານຄົມມະນາຄົມເຮັດໃຫ້ເສດຖະກິດພັດທະນາຂຶ້ນເຊັ່ນກັນ, ເຂດທຸກຍາກຫຼາຍແຫ່ງໄດ້ຄົ້ນຄວ້າອອກຮູບແບບການພັດທະນາເສດຖະກິດດ້ວຍການທ່ອງທ່ຽວທຳມະຊາດ “ກະສິກຳ+ຊົນນະບົດ” ທີ່ມີເອກະລັດສະເພາະຕົນ, ເຂດທຸກຍາກເຫຼົ່ານີ້ກໍໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລະຮັ່ງມີຂຶ້ນ. ໂດຍຜ່ານການສູ້ຊົນຢ່າງທຸກຍາກລຳບາກເປັນເວລາຫຼາຍປີ, ຈີນໄດ້ບັນລຸເປົ້າໝາຍຍິ່ງໃຫຍ່ທີ່ທົ່ວປະເທດສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເດັດຖານທັງໝົດໄດ້ໃນທ້າຍປີຜ່ານມາ.

“ຢາກຮັ່ງມີຂຶ້ນ, ຕ້ອງທະລຸເສັ້ນທາງກ່ອນ” ແມ່ນແນວຄວາມຄິດທີ່ເໝາະກັບທົ່ວໂລກ. ໃນຖານະເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລພຽງປະເທດດຽວໃນອາຊີຕາເວັນອອກສຽງໃຕ້, ປະເທດລາວມີພູຜາແລະພູພຽງກວມເນື້ອທີ່ 80% ຂອງປະເທດຕົນ, ການຄົມມະນາຄົມຍັງບໍ່ທັນສະດວກ, ພື້ນຖານການຄ້າຍັງບໍ່ທັນເຂັ້ມແຂງແລະພື້ນຖານໂຄງລ່າງກໍຍັງຫຼ້າຫຼັງ, ລະດັບເສດຖະກິດໂດຍລວມຍັງຫຍຸ້ງຍາກ. ສະນັ້ນ, ການພັດທະນາຄົມມະນາຄົມ, ເພີ່ມທະວີການເຊື່ອມຈອດກັບປະເທດອ້ອມຂ້າງໄດ້ກາຍເປັນຄວາມຕ້ອງການດ່ວນທີ່ສຸດໃນດ້ານການພັດທະນາເສດຖະກິດສັງຄົມ, ແລະການລຶບລ້າງຄວາມທຸກຍາກແລະຮັ່ງມີຂຶ້ນຂອງລາວ.

ໃນຊຸມປີ 1970, ຈີນໄດ້ສົ່ງໜ່ວຍພັດທະນາຂະໜາດໃຫຍ່ສຳລັບກໍ່ສ້າງໂຄງການໃຫຍ່ 18 ໜ່ວຍໄປປະເທດລາວ, ແລະໄດ້ຊ່ວຍສ້າງທາງຫຼວງທີ່ມີຄວາມຍາວ 822,4 ກິໂລແມັດໃຫ້ແກ່ປະເທດລາວ. ເສັ້ນທາງເລກທີ 13 ເຊິ່ງປຽບເໝືອນເສັ້ນເລືອດໃຫຍ່ດ້ານການຂົນສົ່ງຂອງລາວ, ຈາກພາກເໜືອຫາພາກໃຕ້ຍາວກວ່າ 1.400 ກິໂລແມັດ, ໃນນັ້ນຕອນນາເຕີຍຫາບ້ານປາກມອງແມ່ນຈີນຊ່ວຍສ້າງ, ໄດ້ກາຍເປັນຂໍ້ຕໍ່ມິດຕະພາບລະຫວ່າງສອງປະເທດລາວ-ຈີນ. ທາງດ່ວນຄຸນມິງຫາບາງກອກຕອນປະເທດລາວທີ່ຈີນຊ່ວຍສ້າງເມື່ອປີ 2004 ໄດ້ເລິ່ມແລ່ນລົດໃນທ້າຍປີ 2013, ວັນທີ 13 ພະຈິກປີ 2020, ທາງດ່ວນລາວ-ຈີນຕອນວັງວຽງຫານະຄອນຫຼວງວຽງຈັນທີ່ຈີນລົງທຶນຕໍ່ສ້າງໄດ້ຜ່ານການກວດກາແລະຮັບຮອງຈາກລັດຖະບານລາວແລະໄດ້ເປີດນຳໃຊ້ແລ້ວ. ການສ້າງທາງຫຼວງເຫຼົ່ານີ້ສຳເລັດສ້າງຄວາມສະດວກຢ່າງຫຼວງຫຼາຍໃຫ້ແກ່ການເຄື່ອນໄຫວຕ່າງໆເຊັ່ນ: ການຈໍລະຈອນສິນຄ້າຂ້າມຊາດ, ການຮ່ວມມືດ້ານການຄ້າ, ການແລກປ່ຽນດ້ານວັດທະນະທຳ, ການພັດທະນາການທ່ອງທ່ຽວແລະອື່ນໆລະຫວ່າງລາວ-ຈີນ, ໄດ້ຊຸກຍູ້ເສດຖະກິດສັງຄົມຂອງລາວໃຫ້ພັດທະນາຢ່າງຫຼວງຫຼາຍ.

ວັນທີ 6 ມີນານີ້, ທ່ານລູ້ຕຸ່ງຝູ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນ, ປະທານກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວໃນເວລາເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຢູນະຄອນຫຼວງປັກກິ່ງ, ທ່ານກ່າວວ່າ: ໂຄງການກໍ່ສ້າງທາງລົດໄຟຈີນ-ລາວທີ່ລົງມືກໍ່ສ້າງໃນທ້າຍປີ 2015 ໄດ້ດຳເນີນໄປເປັນຢ່າງດີ, ຮັບປະກັນໄດ້ວ່າທາງລົດໄຟດັ່ງກ່າວຈະສາມາດເປີດນຳໃຊ້ໄດ້ທັງໝົດໃນຕົ້ນເດືອນທັນວາປີນີ້, ຮອດເວລານັ້ນກໍຈະສາມາດເຮັດໃຫ້ການຂົນສົ່ງໂດຍກົງລະຫວ່າງນະຄອນຄຸນມິງຂອງຈີນຫານະຄອນຫຼວງວຽງຈັນຂອງລາວສະດວກສະບາຍ.

ການສ້າງທາງລົດໄຟລາວຈີນສ້າງສຳເລັດແລະເລີ່ມນຳໃຊ້, ຈະຊ່ວຍໃຫ້ປະເທດລາວຈາກ ປະເທດທີ່ບໍ່ມີທາງອອນສູ່ທະເລກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດ, ທາງລົດໄຟລາວຈີນຈະກາຍເປັນເສົາຄ້ຳການຮ່ວມມືລະຫວ່າງຈີນກັບປະເທດອາຊີຕາເວັນອອກສຽງໃຕ້, ເປັນການສ້າງເຄືອຂ່າຍທາງລົດໄຟທີ່ເຊື່ອມຈອດປະເທດອາຊີຕາເວັນອອກສຽງໃຕ້, ບັນລຸການຂົນສົ່ງສິນຄ້າຢ່າງວ່ອງໄວແລະຫຼຸດຕົ້ນທຶນການຈໍລະຈອນສິນຄ້າຂອງພາກພື້ນ, ທັງຊ່ວຍຊຸກຍູ້ການພັດທະນາເສດຖະກິດຂອງພາກພື້ນ. ສ່ວນປະເທດລາວກໍຈະໄດ້ຮັບປະໂຫຍດຈາກໂອກາດແບບນີ້, ກ້າວເຂົ້າສູ່ເສັ້ນທາງພັດທະນາຢ່າງວ່ອງໄວຫຼຸດພົ້ນອອກຈາກຄວາມທຸກຍາກແລະຮັ່ງມີຂຶ້ນ. ໃນຂະນະທີ່ຊ່ວຍເຫຼືອປະເທດລຽບຕາມທາງລົດໄຟໃຫ້ໄດ້ຮັບຜົນປະໂຫຍດດ້ານການພັດທະນາ, ພາກພື້ນກໍຈະບັນລຸເປົ້າໝາຍຕ່າງຝ່າຍຕ່າງມີຜົນປະໂຫຍດ, ທາງລົດໄຟລາວຈີນກໍຈະເສີມຂະຫຍາຍບົດບາດທີ່ເປັນແບບຢ່າງໃນເວທີທົ່ວໂລກ.

Share with:

2021-03-09 18:37:13 cri

ຢາກຮັ່ງມີຂຶ້ນ, ຕ້ອງທະລຸເສັ້ນທາງກ່ອນ

Share this story on

Messenger Pinterest LinkedIn