ພາສາລາວ

ງານລາຕີສິລະປະສະຫຼອງບຸນກຸດຈີນ2021 ຂອງ CMG ເຊື້ອເຊີນຜູ້ຊົມທົ່ວໂລກຊົມງານມະຫະກຳວັດທະນະທຳຮ່ວມກັນ

cri2021-02-12 14:12:19
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 11 ກຸມພານີ້, ເນື່ອງໃນໂອກາດບຸນປີໃໝ່ປະເພນີບຸນກຸດຈີນໝູນວຽນມາເຖິງນີ້, ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດ ງານລາຕີສິລະປະສະຫຼອງບຸນກຸດຈີນ2021 ໂດຍເຊື່ອມໂຍງລາຍການທີ່ຫຼາກຫຼາຍ ແລະ ວິທະຍາສາດເຕັກໂນໂລຊີທັນສະໄໝ ໃຫ້ແກ່ຜູ້ຊົມທົ່ວໂລກ, ເຊິ່ງຖືວ່າເປັນງານມະຫະກຳວັດທະນະທຳທີ່ອຸດົມສົມບູນ.

ງານລາຕີສິລະປະສະຫຼອງບຸນກຸດຈີນແມ່ນງານລາສີສິລະປະວັນນະຄະດີແບບສັງລວມຂະໜາດໃຫຍ່ທີ່ CMGຈັດຂຶ້ນໃນຄ່ຳຄືນຂອງມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໃນທຸກໆປີ, ເຊິ່ງລວມທັງການຮ້ອງເພງ ການເຕັ້ມລຳ ການສະແດງງິ້ວ ແລະ ຮູບການສິລະປະອື່ນໆ. ໃນເວລາ 30 ກວ່າປີທີ່ຜ່ານມາ, ທົ່ວເຕົ້າໂຮມກັນດ້ວຍຄວາມອົບອຸ່ນໃນຄ່ຳຄືນຂອງມື້ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ແລະຊົມງານລາຕີສິລະປະສະຫຼອງບຸນກຸດຈີນໄດ້ກາຍເປັນປະເພນີຫຼິ້ນບຸນຂອງປະຊາຊົນຈີນ.

ໃນງານລາຕີສິລະປະສະຫຼອງບຸນກຸດຈີນປີນີ້ໄດ້ສະແດງໃຫ້ເຫັນໝາກຜົນດ້ານການລຶບລ້າງຄວາມທຸກຍາກ, ປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຂອງຈີນ, ພ້ອມດ້ວຍສີສັນວັດທະນະທຳອັນເປັນມູນເຊື້ອ. ນອກຈາກທາງໂທລະພາບແລ້ວ, ຍັງຈະເປີດໃຫ້ຊົມດ້ວຍເຕັກນິກໃໝ່ ເຊັ່ນ “ປັນຍາປະດິດ + ເຕັກນິກ 3D” ຜ່ານສື່ໃໝ່ຫຼາຍຢ່າງ, ທັງໄດ້ເປີດໂອກາດໃຫ້ຜູ້ຊົມມີສ່ວນຮ່ວມຢ່າງມີຊີວິດຊີວາ. ສື່ມວນຊົນ 600 ກວ່າສຳນັກຂອງ 170 ກວ່າປະເທດ ແລະ ເຂດແຄວ້ນ ເຊິ່ງລວມທັງອາເມຣິກາ, ຝຣັ່ງ,ອີຕາລີ, ຣັດເຊຍ, ບຣາຊິນ, ຍີ່ປຸ່ນ, ອົສຕຼາລີ, ອິນເດຍ, ມາເລເຊຍ, ອາຟຼລິກາໃຕ້ ແລະອື່ນໆຈະຖ່າຍທອດສົດ ແລະ ລາຍງານຂ່າວກ່ຽວກັບງານລາຕີສິລະປະສະຫຼອງບຸນກຸດຈີນປີນີ້.

Share with:

2021-02-12 14:12:19 CRI

ງານລາຕີສິລະປະສະຫຼອງບຸນກຸດຈີນ2021 ຂອງ CMG ເຊື້ອເຊີນຜູ້ຊົມທົ່ວໂລກຊົມງານມະຫະກຳວັດທະນະທຳຮ່ວມກັນ

Share this story on

Messenger Pinterest LinkedIn