ພາສາລາວ

ທ່ານສີຈິ້ນຜິງເນັ້ນໃຫ້ອອກແຮງເສີມຂະຫຍາຍ “ຈິດໃຈງົວ 3 ແບບ”

cri2021-02-10 21:38:25
Share
Share this with Close
Messenger Pinterest LinkedIn

ຕອນເຊົ້າວັນທີ 10 ກຸມພານີ້, ຄະນກຳມະການສູນກາງພັກກອມມູນິດຈີນ ແລະລັດຖະບານຈີນໄດ້ຈັດພິທີອວຍພອນປີໃໝ່ບຸນກຸດຈີນ2021ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ. ໂອກາດດັ່ງກ່າວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສໂດຍໄດ້ຕາງໜ້າໃຫ້ສູນກາງພັກ,ຄະນະລັດຖະບານສົ່ງຄຳອວຍພອນປີໃໝ່ບຸນກຸດຈີນເຖິງປະຊາຊົນບັນດາເຜົ່າທົ່ວປະເທດ, ພີ່ນ້ອງຮ່ວມຊາດຢູ່ເຂດບໍລິຫານພິເສດຮົງກົງ, ເຂດບໍລິຫານພິເສດມາກາວແລະໄຕ້ຫວັນກໍຄືພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ.

ທ່ານສີຈິ້ນຜິງກ່າວວ່າ: “ບົນເສັ້ນທາງທີ່ກ້າວເດີນໄປໜ້າ, ພວກເຮົາຕ້ອງອອກແຮງເສີມຂະຫຍາຍຈິດໃຈຮັບໃຊ້ປະຊາຊົນໃຫ້ຄືກັນກັບງົວທີ່ຮັບໃຊ້ຄົນ, ຈິດໃຈງົວສັບຊ່າວແລະ ຈິດໃຈງົວທີ່ດຸໝັ່ນ, ດ້ວຍຈິດໃຈທີ່ອົດທົນໂດຍບໍ່ຢ້ານຕໍ່ຄວາມລຳບາກ, ບຸກບືນສູ້ຊົນຢ່າງເປັນເຈົ້າການຄືກັນກັບງົວທີ່ເຮັດວຽກໂດຍບໍ່ຕ້ອງເອົາໄມ້ແສ້ຂ້ຽນຕີກໍເຮັດວຽກໄດ້, ສືບຕໍ່ອອກແຮງງານຢ່າງດຸໝັ່ນແລະບຸກບືນກ້າວໄປໜ້າຢ່າງກ້າຫານເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ, ສ້າງປະຫວັດສາດອັນໃໝ່ທີ່ສະຫງ່າລາສີໃນຍຸກໃໝ່.”

Share with:

2021-02-10 21:38:25 CRI

ທ່ານສີຈິ້ນຜິງເນັ້ນໃຫ້ອອກແຮງເສີມຂະຫຍາຍ “ຈິດໃຈງົວ 3 ແບບ”

Share this story on

Messenger Pinterest LinkedIn