ພາສາລາວ

ສູນກາງພັກກອມມູນິດຈີນສົ່ງສານອວຍພອນໄປຍັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ ປປລ ໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃຈ 4 ດີລະຫວ່າງສອງພັກແລະສອງລັດ

cri2021-01-14 19:17:21
Share
Share this with Close
Messenger Pinterest LinkedIn

ວັນທີ 13 ມັງກອນນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວໄດ້ຈັດຂຶ້ນຢ່າງສະຫງ່າຜ່າເຜີຍຢູ່ນະຄອນຫຼວງວຽງຈັນ. ໃນຫຼາຍປີຜ່ານມາ, ສູນກາງພັກປະຊາຊົນປະຕິວັດລາວທີ່ມີສະຫາຍບຸນຍັງ ວໍລະຈິດເປັນແກນນຳ ໄດ້ນຳພາປະຊາຊົນທົ່ວປະເທດລາວ, ຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ໃນພາລະກິດປ່ຽນແປງໃໝ່ ແລະ ສ້າງສາສັງຄົມນິຍົມ. ໂດຍຜະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງກະທັນຫັນ, ພາຍໃຕ້ການຊີ້ນຳນຳພາຂອງສູນກາງພັກປະຊາຊົນປະຕິວັດລາວ, ປະເທດລາວສາມາດຄວບຄຸມການແຜ່ລະບາດຂອງພະຍາດໄດ້ຢ່າງບັງເກີດຜົນ, ສາມາດຮັກສາສະຖຽນລະພາບທາງດ້ານການເມືອງໄດ້ຢ່າງໜັກແໜ້ນ ແລະ ໄດ້ປະສົບຜົນສຳເລັດໃນການພັດທະນາເສດຖະກິດສັງຄົມເປັນກ້າວໆ.

ໃນມື້ດຽວກັນ, ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ສົ່ງສານອວຍພອນໄປຍັງກອງປະຊຸມໃຫຍ່ດັ່ງກ່າວ ໂດຍລະບຸວ່າ: ຈີນຍິນດີຮ່ວມກັບຝ່າຍລາວ, ລົງເລິກການຮວ່ມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຊຸກຍູ້ການພົວພັນລະຫວ່າງສອງປະເທດ ກໍຄືການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ. ນີ້ໄດ້ສ່ອງແສງໃຫ້ເຫັນວ່າ: ພັກ ແລະ ລັດຖະບານຈີນໄດ້ເອົາໃຈໃສ່ຢ່າງສູງຕໍ່ການພົວພັນລະຫວ່າງສອງພັກ ແລະ ສອງລັດຈີນ-ລາວ.

ໃນຖານະ “ຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານຕາມທິດ 4 ດີ ຄື: ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ນັບແຕ່ການສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ສອງປະເທດໄດ້ຊ່ວຍຊູຍູ້ໜູນກັນ ແລະ ໄດ້ຮັບຜົນສຳເລັດອັນອຸດົມສົມບູນໃນຂົງເຂດເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ການສຶກສາ ແລະ ອື່ນໆ. ໂຄງການຮ່ວມມືດາວທຽມລາວ-ຈີນ, ໂຄງການທາງລົດໄຟຄວາມໄວສູງລາວ-ຈີນ, ເຂື່ອນໄຟຟ້ານ້ຳຕົກຕ່າງໆ, ໂຄງການທາງດ່ວນວຽງຈັນ-ວັງວຽງ ແລະ ໂຄງການອື່ນໆ ໄດ້ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນຢ່າງຫຼວງຫຼາຍ.

ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງກະທັນຫັນໃນປີ 2020 ໄດ້ສ້າງຜົນກະທົບໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດໃນລະດັບໃດໜຶ່ງ, ແຕ່ສອງປະເທດໄດ້ຮ່ວມມືກັນຢ່າງຕັ້ງໜ້າ ແລະ ຍາດໄດ້ຜົນສຳເລັດໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ. ຄຽງຄູ່ກັບສະພາບການແຜ່ລະບາດຂອງພະຍາດຖືກຄວບຄຸມໄວ້ໄດ້ ແລະ ການປ້ອງກັນພະຍາດເຂົ້າສູ່ສະພາບການປົກກະຕິ, ສອງປະເທດໄດ້ຕັ້ງໜ້າປ້ອງກັນແລະຄວບຄຸມພະຍາດ ແລະ ໄດ້ພັດທະນາເສດຖະກິດສັງຄົມໄປພ້ອມໆກັນ ໂດຍໄດ້ເປີດ “ຊ່ອງທາງພິເສດ” ໃນທັນທີ ເພື່ອສະໜັບສະໜູນການໄປມາຫາສູ່ກັນແບບປົກກະຕິ.

ນອກນີ້, ການຮ່ວມມືກັນເພື່ອລຶບລ້າງຄວາມທຸກຍາກກໍແມ່ນວຽກງານພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດ. ປີ 2018 ແລະ ປີ 2019, ສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດໄດ້ເດີນທາງໄປຖອດຖອນບົດຮຽນຫຼຸດຜ່ອນຄວາມທຸກຍາກຂອງຈີນຢູ່ແຂວງຫູໜານ ແລະ ແຂວງອານຮຸຍຂອງຈີນ. ການເຄື່ອນໄຫວຢ້ຽມຢາມແບບພິເສດດັ່ງກ່າວເປັນວາລະການຢ້ຽມຢາມທີ່ເກືອບບໍ່ເຄີຍມີຈັກເທື່ອສຳລັບປະມຸກລັດຕ່າງປະເທດທີ່ເດີນທາງມາຢ້ຽມຢາມຈີນ. ອາດເວົ້າໄດ້ວ່າ: ຍ້ອນວຽກງານຫຼຸດຜ່ອນຄວາມທຸກຍາກຂອງຈີນໄດ້ປະສົບຜົນສຳເລັດອັນໃຫຍ່ຫຼວງ ແລະ ສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດກໍໃຫ້ຄວາມສົນໃຈແລະເອົາໃຈໃສ່ຢ່າງສູງຕໍ່ວຽກງານລຶບລ້າງຄວາມທຸກຍາກຂອງປະເທດລາວ.

ປີ 2021 ແມ່ນປີລະນຶກການສ້າງຕັ້ງສາຍສຳພັນທາງການທູດລາວ-ຈີນຄົບຮອບ 60 ປີ. ເວົ້າສຳລັບສອງປະເທດລາວ-ຈີນແລ້ວ, ປີ 2021 ເປັນປີໜຶ່ງທີ່ສຳຄັນທີ່ສຸດ. ພັກປະຊາຊົນປະຕິວັດລາວ ທີ່ເປັນພັກກຳອຳນາດຂອງລາວໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງຕົນໃນເວລານີ້, ຍ່ອມຈະສືບຕໍ່ລົງເລິກການຮ່ວມມືຍຸດທະສາດຮອບດ້ານລາວ-ຈີນ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດ ແລະ ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ຍ່ອມຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ ແລະ ເປັນການປະກອບສ່ວນທີ່ໃຫຍ່ຫຼວງກວ່າເກົ່າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.

Share with:

2021-01-14 19:17:21 cri

ສູນກາງພັກກອມມູນິດຈີນສົ່ງສານອວຍພອນໄປຍັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ ປປລ ໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃຈ 4 ດີລະຫວ່າງສອງພັກແລະສອງລັດ

Share this story on

Messenger Pinterest LinkedIn