ພາສາລາວ

“ການເຄື່ອນໄຫວທາງດ້ານເສດຖະກິດທັງພາຍໃນປະເທດແລະຕ່າງປະເທດ” ຂອງຈີນ

cri2020-10-31 22:31:41
Share
Share this with Close
Messenger Pinterest LinkedIn

ເມື່ອບໍ່ດົນມານີ້, “ການເຄື່ອນໄຫວທາງດ້ານເສດຖະກິດທັງພາຍໃນປະເທດແລະຕ່າງປະເທດ” ແມ່ນການພິຈາລະນາເຖິງການຍົກລະດັບດ້ານເສດຖະກິດຂອງຈີນ, ເຊິ່ງເປັນສັນຍານທີ່ສະແດງໃຫ້ເຫັນວ່າຮູບການພັດທະນາເສດຖະກິດຈີນຈະເກີດມີການປ່ຽນແປງໃໝ່.

ແຕ່ວ່າ, “ການເຄື່ອນໄຫວທາງດ້ານເສດຖະກິດທັງພາຍໃນປະເທດແລະ ຕ່າງປະເທດ” ຈະເປັນໄປຄືແນວໃດກັນແທ້?

ຍຸດທະສາດດັ່ງກ່າວແມ່ນປະກອບດ້ວຍສອງພາກສ່ວນທີ່ສຳຄັນຄື: “ຮອບວຽນເສດຖະກິດພາຍໃນປະເທດ”, ກໍຄືການເຄື່ອນໄຫວທາງດ້ານເສດຖະກິດພາຍໃນປະເທດຈີນ, ແລະ “ຮອບວຽນເສດຖະກິດຕ່າງປະເທດ”, ກໍຄືການພົວພັນລະຫວ່າງເສດຖະກິດຈີນກັບສາກົນ.

ການທີ່ສະເໜີ “ການເຄື່ອນໄຫວທາງດ້ານເສດຖະກິດທັງພາຍໃນປະເທດ ແລະ ຕ່າງປະເທດ”ສະແດງໃຫ້ເຫັນວ່າຈີນຢາກຫລຸດຜ່ອນການເພິ່ງພາອາໄສຕໍ່ການຄ້າກັບຕ່່າງປະເທດ, ພ້ອມກັນນັ້ນກໍແມ່ນການເພີ່ມທະວີເສດຖະກິດພາຍໃນຈີນເອງ.

ເປັນຍ້ອນຫຍັງ?

ຕໍ່ກັບເລື່ອງນີ້ມີຫລາຍປັດໄຈ. ກ່ອນອື່ນໝົດແມ່ນ, ຄຽງຄູ່ກັບພະຍາດໂຄວິດ-19 ແຜ່ລະບາດໃນທົ່ວໂລກ, ສະພາບແວດລ້ອມເສດຖະກິດຕ່າງປະເທດບໍ່ດີປານໃດ.

ສ່ວນການພົວພັນລະຫວ່າງຈີນກັບອາເມຣິກາກໍຊຸດໂຊມຮ້າຍແຮງ, ກໍຄືປັດໄຈສຳຄັນທີ່ຈີນຕ້ອງພິຈາລະນາກ່ຽວກັບຍຸດທະສາດທາງດ້ານເສດຖະກິດໃນລັກສະນະດັ່ງກ່າວ. ເພາະວ່າອາເມຣິກາຢາກຕັດການພົວພັນທາງດ້ານເສດຖະກິດກັບຈີນແລະຕັ້ງໃຈສະກັດກັ້ນການພັດທະນາເສດຖະກິດ ແລະ ເຕັກນິກຂອງຈີນ

ນອກຈາກນັ້ນ, ລັດທິຝ່າຍດຽວແລະລັດທິປົກປ້ອງການຄ້າໄດ້ຟື້ນຄືນໃໝ່ໃນຂອບທົ່ວໂລກ, ສິ່ງເຫຼົ່ານີ້ລ້ວນແຕ່ເຮັດໃຫ້ຈີນຕ້ອງວາງແຜນການໄລຍະຍາວ

ຍຸດທະສາດດັ່ງກ່າວຈະປະສົບຜົນສຳເລັດຄືແນວໃດ?

ເຖິງວ່າລັດຖະບານຍັງບໍທັນໄດ້ອອກມາດຕະການຢ່າງຈະແຈ້ງ, ແຕ່ນັກເສດຖະສາດທັງຫຼາຍກໍໄດ້ໃຫ້ຂໍ້ແນະນຳໂດຍລວມຈຳນວນໜຶ່ງແລ້ວ

ຍົກຕົວຢ່າງ, ເພື່ອເພີ່ມທະວີຄວາມເຂັ້ມແຂງໃຫ້ເສດຖະກິດພາຍໃນຂອງຈີນ, ການບໍລິໂພກພາຍໃນຄວນເສີມຂະຫຍາຍບົດບາດສຳຄັນກວ່າເກົ່າໃນການຂັບເຄື່ອນການເຕີບໂຕດ້ານເສດຖະກິດ. ປັດຈຸບັນ, ການບໍລິໂພກໄດ້ກວມເອົາ 55% ຂອງຍອດຜະລິດຕະພັນພາຍໃນຫຼື GDP

ເພື່ອເຮັດໃຫ້ການບໍລິໂພກເພີ່ມກຳລັງຊຸກຍູ້ຕໍ່ເສດຖະກິດ, ຈີນຕ້ອງການເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂື້ນ, ປັບປຸງລາຍຮັບຂອງປະຊາຊົນໃຫ້ດີຂຶ້ນຢ່າງເໝາະສົມ, ເຮັດໃຫ້ປະຊາຊົນທັງຫຼາຍສະບາຍໃຈໃນການໃຊ້ຈ່າຍບໍລິໂພກ

ສ່ວນບັນຫາອື່ນໆກໍຕ້ອງໃຫ້ຄວາມສົນໃຈແລະແກ້ໄຂເຊັ່ນກັນ. ຈີນຕ້ອງຮັບປະກັນເນືອທີ່ດິນ, ເງິນທຶນ, ຜູ້ມີຄວາມຮູ້ຄວາມສາມາດ, ວິທະຍາສາດເຕັກນິກແລະຊັບພະຍາກອນອື່ນໆໃຫ້ສາມາດຊັບຊ້ອນຈັດສັນໄດ້ຢ່າງຖືກຕ້ອງທີ່ສຸດ, ນີ້ໝາຍຄວາມວ່າຈີນຕ້ອງລົງເລິກການປະຕິຮູບດ້ານການສະໜອງ, ເພື່ອຮັບປະກັນໃຫ້ເສດຖະກິດຈີນເຄື່ອນໄຫວຢ່າງມີປະສິດທິພາບສູງ

ການປະດິດສ້າງໃໝ່ແລະ ການພັດທະນາເສດຖະກິດດີຈີຕອນ, ລວມທັງການພັດທະນາຂໍ້ມູນໃຫຍ່ແລະລະບົບ 5G, ທັງໝົດເລົ່ານີ້ລ້ວນແຕ່ແມ່ນຫົວຈັກຫລັກແຫລ່ງທີ່ສຳຄັນໃນການຊຸກຍູ້ໃຫ້ເສດຖະກິດຈີນເຕີບໂຕໃນປະຈຸບັນ, ສະນັ້ນ ຕ້ອງໄດ້ເອົາໃຈໃສ່ກວ່າເກົ່າ.

ມີການຕັ້ງຄຳຖາມວ່າ, “ການເຄື່ອນໄຫວທາງດ້ານເສດຖະກິດທັງພາຍໃນປະເທດແລະ ຕ່າງປະເທດ” ນັ້ນໝາຍຄວາມວ່າຈີນຈະປິດກັ້ນການປະຕິຮູບແລະເປີດປະຕູສູ່ພາຍນອກ ຫລືບໍ່? ບໍ່ແມ່ນແນ່ນອນ. ເພາະວ່າຈີນໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກການເປີດປະຕູສູ່ພາຍນອກ, ສະນັ້ນຈຶ່ງເຫັນວ່າຄວນສືບຕໍ່ການເປີດປະຕູສູ່ພາຍນອກຕື່ມອີກ

ສະນັ້ນຄວນສືບຕໍ່ເປີດປະຕູສູ່ພາຍນອກແນວໃດ? ນັກເສດຖະສາດຈີນທັງຫຼາຍເຫັນວ່າຈີນຄວນສືບຕໍ່ດຶງດູດການລົງທຶນຂອງຕ່າງປະເທດ, ເພີ່ມທະວີການຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ບັນລຸການເຈລະຈາສັນຍາການຄ້າເສລີໃຫ້ໄດ້ຫຼາຍກວ່າເກົ່າ, ແລະ ເຮັດໃຫ້ເຂດການຄ້າເສລີແລະທ່າການຄ້າເສລີໄດ້ຮັບຄວາມຄືບໜ້າ.

ນະໂຍບາຍດ້ານເສດຖະກິດໃໝ່ຂອງຈີນຈະສົ່ງຜົນສະທ້ອນແນວໃດຕໍ່ໂລກ? ແນ່ນອນແລ້ວ ຈະມີຜົນສະທ້ອນຫລາຍສົມຄວນ.

ການບໍລິໂພກພາຍໃນຂອງຈີນເພີ່ມຂຶ້ນເຮັດໃຫ້ມີການລົງທຶນຢູ່ບໍລິສັດສະໜອງເຄື່ອງບໍລິໂພກເຊິ່ງຖືວ່າເປັນທາງເລືອກທີ່ສະຫລາດ. ລັດຖະບານທຣຳຫ້າມບໍ່ໃຫ້ຂາຍຊິບໃຫ້ຈີນ ໄດ້ເປັນການເລັ່ງໃຫ້ຈີນຄົ້ນຄວ້າຊິພເພື່ອເຂົ້າມາທົດແທນ. ນີ້ໝາຍຄວາມວ່າບໍລິສັດວິທະຍາສາດເຕັກນິກຂອງຈີນຕ້ອງລົງທຶນເພື່ອສະໜອງຕໍ່ຄວາມຕ້ອງການຂອງຕະຫລາດພາຍໃນປະເທດ.

ສຳລັບບໍລິສັດສົ່ງອອກ, “ການເຄື່ອນໄຫວທາງດ້ານເສດຖະກິດທັງພາຍໃນປະເທດແລະ ຕ່າງປະເທດ” ກໍແມ່ນການທາງເລືອກສຳລັບການລົງທຶນທີ່ດີເຊັ່ນກັນ. ຈີນໄດ້ເປີດຕະຫຼາດຫຸ້ນ ແລະ ຕະຫຼາດພັນທະບັດ, ເຮັດໃຫ້ນັກລົງທຶນສາມາດພົວພັນກັບບໍລິສັດຈີນຜູ້ທີ່ບໍລິການການເຄື່ອນໄຫວດ້ານເສດຖະກິດພາຍໃນແລະສາກົນ

ສະນັ້ນ, ຈີນຍັງຕ້ອງການຮ່ວມມືກັບທົ່ວໂລກເພື່ອເພີ່ມທະວີຄວາມເຂັ້ມແຂງດ້ານການພັດທະນາເສດຖະກິດ, ແຕ່ໃນຂະນະດຽວກັນ, ປະເທດຕ່າງໆໃນໂລກກໍຄວນພິຈາລະນາຍຸດທະສາດໃໝ່ເພື່ອຮ່ວມມືກັບຈີນໃນການພັດທະນາເສດຖະກິດເຊັ່ນກັນ.

Share this story on

Messenger Pinterest LinkedIn