ພາສາລາວ

ທ່ານສີຈິ້ນຜິງເອົາໃຈໃສ່ວຽກງານລຶບລ້າງຄວາມທຸກຍາກເປັນພິເສດ

cri2020-09-18 19:25:22
Share
Share this with Close
Messenger Pinterest LinkedIn

ວັນທີ 16 ກັນຍານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໄປສຳຫຼວດກວດກາວຽກງານຢູ່ແຂວງຫູໜານ, ມື້ທຳອິດ, ທ່ານໄດ້ເດີນທາງໄປບ້ານຊ່າໂຈ່ວຕາແສງເວີນມິນເມືອງຢູເສິງ ເຊິ່ງຕັ້ງຢູ່ທາງພາກໃຕ້ແຂວງຫູໜານ. ບ້ານຊ່າໂຈ່ວເຄີຍເປັນບ້ານທຸກຍາກທີ່ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອເປັນພິເສດ ເພື່ອຫຼຸດຜ່ອນຄວາມທຸກຍາກ. 10 ກວ່າປີກ່ອນ, ຄອບຄົວຜູ້ທຸກຍາກໃນບ້ານກວມປະຊາກອນຂອງບ້ານ 2 ສ່ວນ 3. ເມື່ອຮອດປີ 2000, ໃນບ້ານແຫ່ງນີ້ຈິ່ງມີທາງເບຕົງເສັ້ນທຳອິດ. ພາຍໃຕ້ການຊີ້ນຳນຳພາຂອງໜ່ວຍງານປະຈຳບ້ານ, ທາງບ້ານໄດ້ຕັ້ງໜ້າພັດທະນາການທ່ອງທ່ຽວປະຕິວັດ, ຍັງໄດ້ສ້າງສູນສາທິດການທ່ອງທ່ຽວຊົນນະບົດທັນສະໄໝຊ່າໂຈ່ວ, ພັດທະນາຂະແໜງການປູກຝັງ. ເມື່ອຮອດທ້າຍປີ 2018, ໝົດບ້ານຊ່າໂຈ່ວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ.

ວັນທີ 3 ພະຈິກປີ 2013, ຢູ່ບ້ານສິບແປດຖ້ຳເມືອງຮວາຢວນ ທາງພາກຕາເວັນຕົກແຂວງຫູໜານ, ທ່ານສີຈິ້ນຜິງກ່າວວ່າ: “ຕ້ອງເຮັດວຽກງານຢາງລະອຽດຮອບຄອບ, ອີງຕາມສະພາບຕົວຈິງ, ຊີ້ນຳວຽກງານໂດຍແບ່ງເປັນປະເພດ ແລະ ຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ”. ຫຼັງຈາກນັ້ນ, ແນວຄວາມຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ” ກໍໄດ້ເຜີຍແຜ່ໄປໃນຂອບເຂດທົ່ວປະເທດຈີນ. ຈາກປີ 2013 ຮອດປີ 2020, ຈາກບ້ານສິບແປດຖ້ຳຈົນຮອດບ້ານຊ່າໂຈ່ວ, ສອງບ້ານຊົນນະບົດທຳມະດາຂອງແຂວງຫູໜານກໍກາຍເປັນສອງຈຸດຍຸດທະສາດສຳລັບທ່ານເລຂາທິການໃຫຍ່ສີຈິ້ນຜິງ ໃນການບັນຊາບັ້ນຮົບອັນໃຫຍ່ຫຼວງໃນການລຶບລ້າງຄວາມທຸກຍາກໃນທົ່ວປະເທດຈີນ.

ນັບແຕ່ຕົ້ນປີມານີ້, ໂດຍຜະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງກະທັນຫັນ. ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຕ້ອງລຶບລ້າງຄວາມທຸກຍາກຕາມເວລາກຳນົດ, ບໍ່ມີທາງຖອຍຫຼັງ ແລະ ບໍ່ມີການໂຍະຍານເດັດຂາດ. ໃນປີສຸດທ້າຍໃນການລຶບລ້າງຄວາມທຸກຍາກ, ການລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍເປັນຍຸດທະສາດສຳຄັນ. ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງຫູໜານອີກຕື່ມໃນຮອບ 7 ປີ ເຊິ່ງສ່ອງແສງໃຫ້ເຫັນວ່າ: ທ່ານເລຂາທິການໃຫຍ່ໄດ້ໃຊ້ການການກະທຳຕົວຈິງ ເພື່ອສະທ້ອນຄວາມໝັ້ນໃຈອັນເຕັມປ່ຽມຂອງຈີນ ໃນການຍາດເອົາໄຊຊະນະໃນວຽກງານລຶບລ້າງຄວາມທຸກຍາກ.

Share with:

2020-09-18 19:25:22 cri

ທ່ານສີຈິ້ນຜິງເອົາໃຈໃສ່ວຽກງານລຶບລ້າງຄວາມທຸກຍາກເປັນພິເສດ

Share this story on

Messenger Pinterest LinkedIn