ພາສາລາວ

ທ່ານນາງເຜິງລີ້ຢວນກ່າວຄຳປາໄສໃນງານສົນທະນາເພື່ອລະນຶກກອງປະຊຸມແມ່ຍິງໂລກປັກກິ່ງຄົບຮອບ 25 ປີແລະກອງປະຊຸມສຸດຍອດແມ່ຍິງໂລກຄົບຮອບ 5 ປີ

cri2020-09-17 14:48:47
Share
Share this with Close
Messenger Pinterest LinkedIn

ວັນທີ 16 ກັນຍານີ້, ງານສົນທະນາເພື່ອລະນຶກກອງປະຊຸມແມ່ຍິງໂລກປັກກິ່ງຄົບຮອບ 25 ປີທັງເປັນກອງປະຊຸມສຸດຍອດແມ່ຍິງໂລກຄົບຮອບ 5 ປີພາຍໃຕ້ຫົວຂໍ້ວ່າ: “ກິດຈະການລຶບລ້າງຄວາມທຸກຍາກຂອງມວນມະນຸດໃນສະຕະວັດທີ 21 ກັບບົດບາດຂອງແມ່ຍິງ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານນາງເຜິງລີ້ຢວນ, ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສກ່ຽວກັບກອງປະຊຸມດັ່ງກ່າວຜ່ານວີດີໂອ.

ໃນໂອກາດກ່າວປາໄສ, ທ່ານນາງເຜິງລີ້ຢວນ ກ່າວວ່າ: ໃນໄລຍະ 25 ປີຜ່ານມາ, ກິດຈະການແມ່ຍິງຂອງໂລກໄດ້ຮັບຄວາມຄືບໜ້າອັນຕັ້ງໜ້າ, ສະພາບແວດລ້ອມການຢູ່ລອດແລະການພັດທະນາຂອງແມ່ຍິງໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ຈີນແມ່ນຜູ້ລິເລີ່ມຢ່າງຕັ້ງໜ້າແລະແມ່ນຜູ້ຊຸກຍູ້ທີ່ແຂງແຮງຂອງກິດຈະການແມ່ຍິງກໍຄືການລຶບລ້າງຄວາມທຸກຍາກຂອງໂລກ. ໃນຈຳນວນປະຊາກອນຜູ້ທຸກຍາກຂອງຈີນທີ່ຫຼຸດພົ້ນອອກຈາກສະພາບຄວາມທຸກຍາກປະມານ 700 ລ້ານຄົນນັ້ນ, ມີແມ່ຍິງເກືອບເຄິ່ງໜຶ່ງ.

ທ່ານນາງເຜິງລີ້ຢວນ ໄດ້ຮຽກຮ້ອງໃຫ້ບຸກຄົນໃນວົງການຕ່າງໆຂອງບັນດາປະເທດຈົ່ງເສີມຂະຫຍາຍຈິດໃຈກອງປະຊຸມແມ່ຍິງໂລກປັກກິ່ງແລະກອງປະຊຸມສຸດຍອດແມ່ຍິງໂລກ, ຊຸກຍູ້ໃຫ້ກິດຈະການແມ່ຍິງສາມາດພັດທະນາຄວບຄູ່ໄປກັບການພັດທະນາເສດຖະກິດສັງຄົມ; ສູ້ຊົນຢ່າງບໍ່ລົດລະເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

Share with:

2020-09-17 14:48:47 cri

ທ່ານນາງເຜິງລີ້ຢວນກ່າວຄຳປາໄສໃນງານສົນທະນາເພື່ອລະນຶກກອງປະຊຸມແມ່ຍິງໂລກປັກກິ່ງຄົບຮອບ 25 ປີແລະກອງປະຊຸມສຸດຍອດແມ່ຍິງໂລກຄົບຮອບ 5 ປີ

Share this story on

Messenger Pinterest LinkedIn