ພາສາລາວ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

cri2024-07-12 16:12:45
Share
Share this with Close
Messenger Pinterest LinkedIn

ຢູ່ສວນຊາທີ່ເມືອງຈິງນີງ ນະຄອນລີ້ສຸຍ ແຂວງເຈີ້ຈ່ຽງຂອງຈີນ, ຊາວສວນໄດ້ເລັ່ງລັດການເກັບໃບຊາ, ພ້ອມດຽວກັນນັ້ນ ຍັງໄດ້ຂຸ້ນຂ້ຽວຈັດຊື້ແບ້ທີ່ມີຄຸນນະພາບດີນຳອີກ, ເປັນຫຍັງຄືຕ້ອງຈັດຊື້ແບ້ແດ່?

ເລື່ອງມີຢູ່ວ່າ: ຊາວສວນຊາທ້ອງຖິ່ນດັ່ງກ່າວໄດ້ອີງຕາມຈຸດພິເສດຂອງແບ້ທີ່ກິນແຕ່ຫຍ້າ ແລະ ບໍ່ກິນໃບຊາ, ແລ້ວຄົ້ນຄວ້າຮູບແບບກຳຈັດຫຍ້າດ້ວຍແບ້. ແບ້ໂຕໜຶ່ງສ່ຳກັບແຮງງານແຂງແຮງ 3 ຄົນ, ສາມາດກຳຈັດຫຍ້າໃນເນື້ອທີ່ປະມານ 0,1 ເຮັກຕາ. ນອກຈາກນີ້ແລ້ວ, ແບ້ໂຕໜຶ່ງມື້ໜຶ່ງຍັງມີປະລິມານການຂັບຖ່າຍຫຼາຍກວ່າ 2 ກິໂລ, ກາຍເປັນປຸຍໃຫ້ແກ່ສວນຊາ, ປີໜຶ່ງມີຫຼາຍກວ່າ 500 ກິໂລ.

ຊາວສວນຊາທ້ອງຖິ່ນດັ່ງກ່າວແນະນຳໃຫ້ຮູ້ວ່າ: ແບ້ເໝືອນດັ່ງກອງກໍາລັງກຳຈັດຫຍ້າຂອງພວກເຮົາ, ແຕ່ລະມື້ ກໍຂຶ້ນໄປເທິງພູກຳຈັດຫຍ້າຊ່ວຍ. ແບ້ກໍເໝືອນດັ່ງເຄື່ອງໃສ່ປຸຍ, ເພາະແຕ່ລະມື້, ມັນທັງກິນຫຍ້າຢູ່ເທິງພູຊາ ທັງຂັບຖ່າຍໃສ່ພູຊາໄປພ້ອມ. ແບ້ຍັງເໝືອນດັ່ງພະນັກງານເກັບດອກໄມ້ໃນສວນຊາຂອງພວກເຮົາ, ຢູ່ໃນສວນຊາ, ມີດອກໄມ້ຈຳນວນຫຼາຍ, ດອກໄມ້ເຫຼົ່ານີ້ໄດ້ດູດຊຶມໂພຊະນາການຈໍານວນຫຼາຍຈາກໃບຊາ, ພໍດີຝູງແບ້ໄດ້ກັດກິນດອກໄມ້ເຫຼົ່ານີ້ເລີຍ.

ຫຍ້າບໍ່ພຽງແຕ່ດູດຊຶມໂພຊະນາການຈາກດິນ ແລະ ໃບຊາເທົ່ານັ້ນ, ຖ້າວ່າຫຍ້າສູງເກີນໄປ ກໍຈະກະທົບເຖິງຂະບວນການສັງເຄາະແສງຂອງຕົ້ນຊາ, ເຮັດໃຫ້ຄຸນນະພາບຂອງໃບຊາຫຼຸດຕ່ຳລົງ. ສວນຊາສ່ວນໃຫຍ່ຂອງເມືອງຈິງນີງແມ່ນຢູ່ເທິງພູດອຍທີ່ສູງກວ່າລະດັບໜ້ານ້ຳທະເລ 400-1000 ແມັດ, ຕົ້ນທຶນດ້ານການກຳຈັດຫຍ້າດ້ວຍຄົນແມ່ນສູງຫຼາຍ, ນ້ຳຢາກຳຈັດຫຍ້າກໍບໍ່ເປັນມິດຕໍ່ສິ່ງແວດລ້ອມ, ປັດຈຸບັນນີ້, ຮູບແບບກຳຈັດຫຍ້າດ້ວຍແບ້ ແລະ ເອົາຂີ້ແບ້ເປັນປຸຍນັ້ນ ບໍ່ພຽງແຕ່ມີຜົນດີຕໍ່ການຜະລິດດ້ານກະສິກຳ ຍັງສາມາດຫຼຸດຕົ້ນທຶນດ້ານແຮງງານໃຫ້ຕ່ຳລົງອີກດ້ວຍ.

ແຕ່ຝູງແບ້ມີຈຸດພິເສດອັນໜຶ່ງ ຄື: ມັກກິນຫຍ້າແບບກະແຈກກະຢາຍ ແລະ ແລ່ນທົ່ວທີບ, ມັກຈະເກີດບັນຫາທີ່ກຳຈັດຫຍ້າບໍ່ທົ່ວ. ສະນັ້ນ, ຊາວສວນຊາໄດ້ນຳໃຊ້ເຕັກນິກດີຈີຕອນ ຄື: ຕິດຕັ້ງລະບົບຕິດຕາມຄຸ້ມຄອງສະພາບສວນຊາ ແລະ ແບ້, ພ້ອມດຽວກັນນັ້ນ ຍັງໄດ້ໃສ່ເຄື່ອງບອກທີ່ຕັ້ງໃຫ້ແບ້, ພະນັກງານຈະໄລ່ແບ້ໄປກຳຈັດຫຍ້າຢູ່ເຂດທີ່ມີຫຍ້າຫຼາຍ. ການຕິດຕາມຄຸ້ມຄອງສະພາບສວນຊາ ແບ້ ແລະ ຫຍ້າຢ່າງແມ່ນຢໍາຕະຫຼອດມື້, ສາມາດສະກັດກັ້ນບັນຫາຫຼາຍຢ່າງໃນສວນຊາ ທັງຍົກສູງຄຸນນະພາບຂອງໃບຊາຢ່າງມີປະສິດທິຜົນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ແຜນທີ່ 200 ປີ PK ປື້ມບັນທຶກການປ່ຽນແປງຂອງເສັ້ນທາງການເດີນເຮືອ 600 ປີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn