ພາສາລາວ

ສິນຄ້າຈີນໄດ້ຮັບຄວາມນິຍົມຊົມຊອບຈາກການແຂ່ງຂັນບານເຕະຊີງແຊັມເອີຣົບ

cri2024-07-01 16:34:06
Share
Share this with Close
Messenger Pinterest LinkedIn

ການແຂ່ງຂັນບານເຕະຊີງແຊັມເອີຣົບພວມດຳເນີນໄປຢ່າງຟົດຟື້ນ, ແຟນບານທັງຫຼາຍໄດ້ເຂົ້າສູ່ລະດູການເບີກບານມ່ວນຊື່ນ ແລະ ຕື່ນເຕັ້ນ. ນັກທຸລະກິດນະຄອນອີ້ອູ່, ແຂວງເຈີ້ຈ່ຽງຈີນຈຳນວນຫຼາຍ ໄດ້ຮັບໃບສັ່ງຈອງຈາກລູກຄ້າ ແລະ ກຳລັງຂຸ້ນຂ້ຽວກະກຽມສິນຄ້າ ເພື່ອໃຫ້ສິນຄ້າປະເພດຕ່າງໆສາມາດຖືກຂົນສົ່ງໄປຮອດທະວີບເອີຣົບ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຟນບານເຕະ.

ທ່ານ ເວີ່ນຊົງຈ້ຽນ ເຮັດທຸລະກິດຊຸດບານເຕະຢູ່ນະຄອນອີ້ອູ່ມາເປັນເວລາສິບກວ່າປີແລ້ວ, ໃນໄລຍະຈັດການແຂ່ງຂັນບານເຕະຊີງແຊັມເອີຣົບປີນີ້, ລາວໄດ້ຮັບໃບສັ່ງຈອງຈຳນວນຫຼາຍ. ຍ້ອນວ່າຊຸດຂອງບໍລິສັດລາວມີຮູບແບບແປກໃໝ່ ຈຶ່ງໄດ້ຮັບຄວາມນິຍົມຊົມຊອບຫຼາຍ. ຕອນການແຂ່ງຂັນຍັງບໍ່ທັນເລີ່ມຂຶ້ນ, ລາວກໍໄດ້ຈຳໜ່າຍໄປຍັງທະວີບເອີຣົບແລ້ວ 3 ແສນກວ່າຊຸດ. ປີນີ້, ມີການແຂ່ງຂັນບານເຕະຊີງແຊັມເອີຣົບ ແລະ ການແຂ່ງຂັນບານເຕະຊີງແຊັມທະວີບອາເມຣິກາ, ໃບສັ່ງຈອງຈາກຕ່າງປະເທດຂອງບໍລິສັດລາວໄດ້ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີກາຍ.

ການແຂ່ງຂັນບານເຕະຊີງແຊັມເອີຣົບ ແລະ ງານກິລາໂອລິມປິກປາຣີທີ່ໃກ້ຈະມາເຖິງ ໄດ້ກະຕຸກຊຸກຍູ້ກະແສບໍລິໂພກດ້ານກິລາ, ຊາວຄ້າ-ຂາຍຢູ່ແຫ່ງຕ່າງໆໃນໂລກໄດ້ພະຍາຍາມກຳໂອກາດການຄ້າ, ໄປຈັດຊື້ສິນຄ້າກິລາປະເພດຕ່າງໆຢູ່ນະຄອນອີ້ອູ່ລ່ວງໜ້າ.

ເພື່ອຍົກສູງສະມັດຖະພາບການກວດກາເພື່ອຜ່ານດ່ານ, ພະແນກພາສີທ້ອງຖິ່ນໄດ້ຕິດຕັ້ງອຸປະກອນຕິດຕາມຄວບຄຸມອັດສະລິຍະ, ສາມາດສະແກນສິນຄ້າດ້ວຍການ X-ray, ຕູ້ຄອນເທັນເນີສາມາດເຂົ້າ-ອອກສະຖານທີ່ກວດກາແບບອັດຕະໂນມັດ ແລະ ເຈົ້າໜ້າທີ່ບໍ່ຕ້ອງກວດກາແບບເປີດຕູ້ເປີດແກັດ.

ເພື່ອປະຢັດເວລາໃນການຜ່ານດ່ານ, ພະແນກພາສີນະຄອນອີ້ອູ່ຍັງໄດ້ເປີດປ່ອງບໍລິການສະເພາະການແຂ່ງຂັນບານເຕະຊີງແຊັມເອີຣົບຢູ່ເຂດສະຖານີລົດໄຟອີ້ອູ່, ບັນລຸການແຈ້ງດ່ານຜ່ານທາງອິນເຕີເນັດ, ສິນຄ້າສົ່ງອອກຫຼາຍກວ່າ 99% ແມ່ນແລ່ນເອກະສານ ແລະ ສຳເລັດຂັ້ນຕອນການຜ່ານດ່ານຢ່າງວ່ອງໄວ.

ນະຄອນອີ້ອູ່ຕັ້ງຢູ່ພາກກາງຂອງແຂວງເຈີ້ຈ່ຽງ, ເຖິງວ່າບໍ່ໄດ້ຕິດກັບທະເລກໍຕາມ, ແຕ່ສິນຄ້າຕ່າງໆກໍສາມາດໄປຮອດທົ່ວໂລກໄດ້ຢ່າງສະດວກວ່ອງໄວ ໂດຍຜ່ານລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບ.

ຊຸມປີມໍ່ໆມານີ້, ລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບທີ່ໝູນເດີນຢ່າງໝັ້ນທ່ຽງນັ້ນໄດ້ຮັບຄວາມນິຍົມຊົມຊອບຈາກວິສາຫະກິດສົ່ງອອກທັງຫຼາຍ, ສິນຄ້າກິລາທີ່ນັບມື້ນັບຫຼາຍຂຶ້ນນັ້ນໄດ້ໄປສູ່ທົ່ວໂລກ ໂດຍຜ່ານລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບ ເຊິ່ງຖືກປຽບທຽບວ່າ “ກອງອູດເຫຼັກ”. ພາຍຫຼັງຂະບວນລົດໄຟໄດ້ແລ່ນເປັນປະຈຳແລ້ວ, ບໍ່ພຽງແຕ່ໄດ້ເພີ່ມຄວາມສາມາດດ້ານການຂົນສົ່ງເທົ່ານັ້ນ ຍັງໄດ້ຍົກສູງລະດັບການເຊື່ອມໂຍງເຊື່ອມຈອດກັນລະຫວ່າງຈີນ-ເອີຣົບອີກດ້ວຍ, ເຮັດໃຫ້ການຄ້າສອງຝ່າຍໄດ້ຮັບຜົນປະໂຫຍດຮ່ວມກັນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ສິນຄ້າຈີນໄດ້ຮັບຄວາມນິຍົມຊົມຊອບຈາກການແຂ່ງຂັນບານເຕະຊີງແຊັມເອີຣົບ

ອຸດສາຫະກໍາພະລັງງານແສງຕາເວັນຂອງຈີນປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາແບບສີຂຽວຂອງມາເລເຊຍ

#ວິດີໂອ ທ່ານນາງເຜິ້ງລີ້ຢວນ ແລະ ພັນລະຍາປະທານາທິບໍດີໂປໂລຍຢ້ຽມຢາມໂຮງລະຄອນແຫ່ງຊາດຈີນ

ໃຫ້ເດັກນ້ອຍກິນຢ່າງມີໂພຊະນາການແລະມີສຸຂະພາບແຂງແຮງ

ພວກເຮົາຄວນເຮັດແນວໃດເພື່ອຮັບມືກັບອາກາດຮ້ອນເອົ້າ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn