ພາສາລາວ

ຜູ້ບ່າວອາຍຸ 20 ກວ່າປີ ສືບທອດມໍລະດົກນາມມະທຳດ້ານການຖັກແສ່ວ

cri2024-06-20 17:41:29
Share
Share this with Close
Messenger Pinterest LinkedIn

ທ້າວ ວາງລຽງຮົງ ເປັນຄົນເຜົ່າປູ້ອີ່, ເກີດຫຼັງປີ 1995. ເມື່ອຮຽນຈົບຈາກມະຫາວິທະຍາໄລແລ້ວ ກໍໄດ້ກັບເມືອບ້ານເກີດເມືອງນອນ ເພື່ອເຮັດການຖັກແສ່ວ ເຊິ່ງເພດຊາຍສ່ວນຫຼາຍບໍ່ເຮັດ. ລາວກ້າບຸກທະລຸມູນເຊື້ອ ແລະ ເຜີຍແຜ່ວັດທະນະທຳຊົນເຜົ່າ, ມີຊື່ສຽງໂດ່ງດັງຂຶ້ນ ຜ່ານການສະແດງການຖັກແສ່ວໃນສື່ວິດີໂອສັ້ນ, ຖືກຜູ້ໃຊ້ອິນເຕີເນັດເອີ້ນວ່າ “ບ່າວຖັກແສ່ວ”.

ວາງລຽງຮົງ ເປັນຄົນເມືອງວ້າງໂມ້ ແຂວງກຸ້ຍໂຈ່ວ, ແຫ່ງນັ້ນໄດ້ຮັກສາເອກະລັກພິເສດຂອງເຜົ່າປູ້ອີ່ໄດ້ເປັນຢ່າງດີ. ຫຼັງຈາກຮຽນຈົບຈາກມະຫາວິທະຍາໄລແລ້ວ ວາງລຽງຮົງ ພ້ອມກັບໝູ່ເພິື່ອນ ໄດ້ສ້າງຕັ້ງບໍລິສັດຢູ່ທີ່ນີ້ ໂດຍໄດ້ອອກແບບ ແລະ ຄົ້ນຄວ້າຜະລິດເຄື່ອງນຸ່ງ, ຜະລິດຕະພັນວັດທະນະທຳ ແລະ ເຄື່ອງໃຊ້ໃນເຮືອນທີ່ມີເອກະລັກຊົນເຜົ່າເຖິງຫຼາຍຮ້ອຍອັນ.

ວາງລຽງຮົງ ເຫັນວ່າ: ເຄື່ອງນຸ່ງ ແລະ ເຄື່ອງປະດັບຂອງເຜົ່າປູ້ອີ່ ຕ້ອງຮັກສາຈຸດພິເສດດັ້ງເດີມ ທັງຕ້ອງປະດິດສ້າງໃໝ່ ແລະ ປະສານສົມທົບກັບຍຸກສະໄໝ ຈຶ່ງເຮັດໃຫ້ຫຼາຍຄົນມັກ ແລະ ນຸ່ງໃນມື້ທຳມະດາ. ສະນັ້ນ, ວາງລຽງຮົງຈຶ່ງທົດລອງດຳເນີນການປະດິດສ້າງຄືນໃໝ່ຕໍ່ກັບການຍ້ອມຜ້າ ແລະ ການຖັກແສ່ວຂອງເຜົ່າປູ້ອີ່ ເພື່ອໃຫ້ມີການອອກແບບທີ່ທັນສະໄໝ. ການຖັກແສ່ວດັ້ງເດີມໄດ້ເກີດມີພະລັງຊີວິດໃໝ່ດ້ວຍມືຂອງເຂົາເຈົ້າຢ່າງບໍ່ຢຸດຢັ້ງ.

ການທ່ອງທ່ຽວແບບໃຫ້ນັກທ່ອງທ່ຽວໄດ້ສຳຜັດເອງ ໃນແຫຼ່ງທ່ອງທ່ຽວຕ່າງໆຂອງກຸ້ຍໂຈ່ວ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວນັ້ນ ກໍໄດ້ເຮັດໃຫ້ຜ້າຍ້ອມ ແລະ ການຖັກແສ່ວຂອງເຜົ່າປູ້ອີ່ ຄ່ອຍໆກາຍເປັນທີ່ຮັບຮູ້ຂອງຄົນທັງຫຼາຍ. ຈາກນັ້ນ, ເຂດທິວທັດ ເຮືອນພັກ ໂຮງແຮມ ແລະອື່ນໆ ກໍໄດ້ພາກັນສົ່ງໃບສັ່ງຈອງມາໃຫ້ວາງລຽງຮົງ.

ເພື່ອນຳພາການປະກອບອາຊີບ, ຊຸກຍູ້ການພັດທະນາການຍ້ອມຜ້າ ແລະ ການຖັກແສ່ວຂອງເຜົ່າປູ້ອີ່, ບໍລິສັດຫຼາຍແຫ່ງຂອງ ວາງລຽງຮົງ ໄດ້ນຳພາຊ່າງຖັກແສ່ວຫຼາຍຄົນເຮັດວຽກໃນໜ້າບ້ານ. ປັດຈຸບັນ, ບໍລິສັດຂອງ ວາງລຽງຮົງ ໄດ້ອົບຮົມຊ່າງຖັກແສ່ວ 500 ກວ່າຄົນ ແລະ ໄດ້ເຊັນສັນຍາເຮັດວຽກກັບຊ່າງຖັກແສ່ວ 50 ກວ່າຄົນ. ພ້ອມກັນນັ້ນ, ເພື່ອສະໜັບສະໜູນການເຜີຍແຜ່ມໍລະດົກນາມມະທຳ ໃຫ້ເຂົ້າເຖິງໂຮງຮຽນ, ວາງລຽງຮົງ ຍັງໄດ້ນຳສະເໜີ ແລະ ສອນວິທີການຍ້ອມຜ້າ ແລະ ການຖັກແສ່ວຂອງເຜົ່າປູ້ອີ່ຢູ່ໃນໂຮງຮຽນຕື່ມອີກ.

ເດືອນພຶດສະພາປີ 2021, ວາງລຽງຮົງ ໄດ້ເປີດຕິກຕັອກຂອງຕົນ, ອັນໄດ້ດຶງດູດເພື່ອນລາຍການເກືອບ 4 ໝື່ນຄົນພາຍໃນສອງປີ. ຮອດເດືອນຕຸລາປີ 2022, ລາວເລີ່ມສອນການຖັກແສ່ວຜ່ານການຖ່າຍທອດສົດ.

“ຖັກແສ່ວໃນສິ່ງທີ່ຕາຂອງຕົນໄດ້ເຫັນ, ຖັກແສ່ວໃນສິ່ງທີ່ໃຈຂອງຕົນຄຶດ; ເມື່ອໃນໃຈຂອງຕົນມີແສງສະຫວ່າງແລ້ວ, ດອກໄມ້ຈຶ່ງຈະເປັ່ງບານຮຸ່ງເຮືອງໄດ້”.ວາງລຽງຮົງ ກຳລັງພະຍາຍາມດ້ວຍຄວາມຈິງໃຈຢ່າງສຸດຂີດ ເພື່ອເຮັດໃຫ້ຄົນທັງຫຼາຍໄດ້ຮູ້ ແລະ ໄດ້ເຫັນວັດທະນະທຳດ້ານການຖັກແສ່ວຂອງເຜົ່າປູ້ອີ່ຫຼາຍຂຶ້ນກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຜູ້ບ່າວອາຍຸ 20 ກວ່າປີ ສືບທອດມໍລະດົກນາມມະທຳດ້ານການຖັກແສ່ວ

ການສົ່ງຕໍ່ທວນໄຟງານກິລາໂອລິມປິກປາຣີໄດ້ກັບຄືນສູ່ປະເທດຝຣັ່ງອີກຄັ້ງໜຶ່ງ

ໃຫ້ເດັກນ້ອຍກິນຢ່າງມີໂພຊະນາການແລະມີສຸຂະພາບແຂງແຮງ

ພວກເຮົາຄວນເຮັດແນວໃດເພື່ອຮັບມືກັບອາກາດຮ້ອນເອົ້າ

ຄວາມຮັກແພງລະຫວ່າງພໍ່ກັບລູກ ຈິດໃຈຜູ້ຮັບໃຊ້ປະຊາຊົນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn