ພາສາລາວ

ວຽກງານຂອງທ່ານນາງ ຢົງຢີ້ ບໍ່ງ່າຍດາຍ

cri2024-05-28 10:02:30
Share
Share this with Close
Messenger Pinterest LinkedIn

ທ່ານນາງ ຢົງຢີ້ ຮຽນຈົບປະລິນຍາເອກ, ເຄີຍເຂົ້າຮ່ວມການປະຕິບັດໜ້າວຽກ6 ເທື່ອກ່ຽວກັບການເຊື່ອມຕໍ່ ແລະ ຫ້ອງທົດລອງອະວະກາດຂອງໂຄງການການບິນອະວະກາດບັນທຸກຄົນຂອງຈີນ.

ປີ 1978, ທ່ານນາງ ຢົງຢີ້ ເກີດຢູ່ເຂດພູດອຍຂອງນະຄອນເອີ່ນສື່ ແຂວງຮູເປີຍ. ຍ້ອນເງື່ອນໄຂການເຂົ້າໂຮງຮຽນລຳບາກຫຼາຍ, ຢົງຢີ້ຈຶ່ງພະຍາຍາມດຸໝັ່ນ ໂດຍໄດ້ຄະແນນດີເດັ່ນເລື້ອຍໆໃນເສັ້ນທາງການຮຽນ. ຫຼັງຈາກຈົບການສຶກສາລະດັບ ປະລິນຍາໂທ ແລະ ປະລິນຍາເອກຢູ່ມະຫາວິທະຍາໄລຊິ່ງຮວາແລ້ວ, ນາງໄດ້ກາຍເປັນຜູ້ອອກແບບຈະຫຼວດສົ່ງຍານໃນປີ 2008.

ນາງມີຄວາມສາມາດດ້ານວິຊາການທີ່ເຂັ້ມແຂງ ທັງດຸໝັ່ນສຶກສາ, ແຕ່ປີ 2009 ເປັນຕົ້ນມາ ນາງໄດ້ເລີ່ມຮັບຜິດຊອບການຈັດວາງມາດຖານໃນການກວດກາ ແລະ ວິນິດໄສສະພາບການຕິດຂັດຂອງຈະຫຼວດສົ່ງຍານ. ຢົງຢີ້ດຸໝັ່ນຄົ້ນຄວ້າຫຼາຍ ແມ່ນແຕ່ເວລາໃນການກິນການນອນກໍໃຊ້ໃຫ້ສັ້ນທີ່ສຸດ ທັງໄດ້ກຳແໜ້ນຄວາມຮູ້ແກນກາງ, ປະດິດສ້າງວິທີໃໝ່ໃນການວິນິດໄສ, ປັບປຸງວິທີແກ້ໄຂ ເຊິ່ງໄດ້ຍົກສູງຄວາມໜ້າໄວ້ໃຈຂອງຈະຫຼວດສົ່ງຍານບັນທຸກຄົນຢ່າງຫຼວງຫຼາຍ.

ວັນທີ 16 ມິຖຸນາ 2012, ຈະຫຼວດສົ່ງຍານ CZ2-F ໄດ້ຖືກຍິງສົ່ງຢ່າງສຳເລັດຜົນອີກຄັ້ງໜຶ່ງ.

ພາລະກິດການບິນອະວະກາດຂອງຈີນໄດ້ພັດທະນາເປັນຢ່າງດີ. ແຕ່ບົນເສັ້ນທາງດັ່ງກ່າວ ຕອນທຳອິດບໍ່ມີໃຜຮູ້ວ່າຈະອອກແບບຈະຫຼວດສົ່ງຍານຂະໜາດໜັກຫຼາຍຮ້ອຍໂຕນ ຮອດຫຼາຍພັນໂຕນຄືແນວໃດ?

ໂດຍຜ່ານຈາກການບຸກທະລຸແກ້ຂໍ້ຫຍຸ້ງຍາກລຳບາກຕ່າງໆມາເປັນເວລາ 5 ປີ, ທ່ານນາງ ຢົງຢີ້ ໄດ້ນຳພາໜ່ວຍງານສຳເລັດການຄົ້ນຄວ້າ ແລະ ຊອກຄົ້ນທີ່ລະອຽດແມ່ນຢໍາກວ່າເກົ່າ ໂດຍໄດ້ຮັບຄວາມຄືບໜ້າອັນສຳຄັນຫຼາຍຢ່າງ. ຮອດວັນທີ 17 ມິຖຸນາປີ 2021, ຈະຫຼວດສົ່ງຍານ CZ2F-Y12 ທີ່ບັນຈຸຍານອະວະກາດບັນທຸກຄົນເຊີນໂຈ່ວ 12 ໄດ້ຖືກຍິງສົ່ງຂຶ້ນສູ່ທ້ອງຟ້າຢູ່ສູນຍິງສົ່ງດາວທຽມຈີວຊວນຈີນ.

ຫຼັງຈາກຍິງສົ່ງຂຶ້ນສູ່ທ້ອງຟ້າຢ່າງສຳເລັດຜົນແລ້ວ, ທ່ານ ຊີ່ຟ້າເຢີ້ນ ຫົວໜ້າຜູ້ອອກແບບທີ່ຄົ້ນຄວ້າຍານອະວະກາດເຊີນໂຈ່ວຄົນທຳອິດ ຕີລາຄາທ່ານນາງ ຢົງຢີ້ວ່າ: ເມື່ອເຫັນນາງຢູ່, ເລື່ອງທີ່ລຳບາກຫຍັງກໍງ່າຍຂຶ້ນ.

.md_Laos_page01 .md_hd{width:300px;}

1234全文 4 下一页

Share this story on

Messenger Pinterest LinkedIn