ພາສາລາວ

ກາເຟຈອກໜຶ່ງ ກໍກະຕຸກຊຸກຍູ້ພະລັງຊີວິດຂອງຊົນນະບົດຈີນໄດ້

cri2024-05-17 17:57:46
Share
Share this with Close
Messenger Pinterest LinkedIn

ໃນຂະບວນການຈັດຕັ້ງປະຕິບັດຍຸດທະສາດພັດທະນາຊົນນະບົດໃຫ້ຈະເລີນ, ເຮັດແນວໃດຈຶ່ງສາມາດພັດທະນາຂະແໜງການຜະລິດໃຫ້ຈະເລີນ, ສ້າງຊີວິດການເປັນຢູ່ທີ່ຮັ່ງມີ ແລະ ຍັງສາມາດເດີນຕາມເສັ້ນທາງແຫ່ງການພັດທະນາທີ່ມະນຸດກັບທຳມະຊາດຢູ່ຮ່ວມກັນໄດ້ຢ່າງປອງດອງ? ບ້ານລີ້ຢວີ້ໂຂ, ເມືອງຮູ້ອີ້, ນະຄອນຊີ່ອ່ານ, ແຂວງສານຊີ່ ສປ ຈີນ ໄດ້ອີງຕາມເງື່ອນໄຂຕົວຈິງ, ພັດທະນາໄປແບບເທື່ອລະກ້າວ, ກະຕຸກຊຸກຍູ້ການພັດທະນາເສດຖະກິດຂອງຊົນນະບົດດ້ວຍກາເຟ ໂດຍໄດ້ປົກປັກຮັກສາສິ່ງແວດລ້ອມທີ່ສວຍງາມຢູ່ເຂດພູຊິນຫຼິງທີ່ຢູ່ຂ້າງບ້ານ ທັງໄດ້ເຮັດໃຫ້ຊົນນະບົດມີພະລັງຊີວິດຫຼາຍກວ່າເກົ່າ, ລາຍຮັບຂອງຊາວບ້ານກໍນັບມື້ນັບຫຼາຍຂຶ້ນ.

ຮ້ານກາເຟຖູຊຸຍທີ່ຕັ້ງຢູ່ຕີນພູຊິນຫຼິງ ມີເນື້ອທີ່ 1.000 ຕາແມັດ ແລະ ໄດ້ປັບປຸງຈາກໂຮງງານເກົ່າທີ່ເປົ່າຫວ່າງ; ດ້ານໃນຂອງຮ້ານກາເຟ ໄດ້ມີຮູບແຕ້ມໜ້າຕາຊາວບ້ານທີ່ມີຖານະບົດບາດແຜ່ນໃຫຍ່ໆຫ້ອຍຢູ່ ແລະ ມີຫ້ອງສາຍຮູບເງົາພ້ອມ. ເບື້ອງຫຼັງຂອງຮ້ານກາເຟແມ່ນພູຜາທີ່ຂຽວສົດງົດງາມ ແລະ ອ້ອມຮອບດ້ວຍເມກໝອກ.

ຮ້ານກາເຟນີ້ໄດ້ມີຊື່ສຽງຍ້ອນມີທິວທັດທຳມະຊາດ, ປະເພນີຊົນນະບົດ ແລະ ຮູບແບບຊີວິດທີ່ເປັນເອກະລັກພິເສດ. ນັບແຕ່ເປີດຮ້ານໃນເດືອນຕຸລາ 2022 ເປັນຕົ້ນມາ, ໄດ້ມີຊື່ສຽງໂດ່ງດັງຢ່າງວ່ອງໄວ, ກາຍເປັນໜຶ່ງໃນຮ້ານກາເຟທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດໃນທົ່ວນະຄອນຊີ່ອ່ານ. ພະນັກງານຂອງຮ້ານກາເຟຖູຊຸຍແມ່ນຊາວບ້ານເກືອບໝົດທຸກຄົນ, ຊ່າງຊົງກາເຟ 10 ກວ່າຄົນ ຈະໄປເຮັດໄຮ່ໄຖນາໃນຍາມຫຍຸ້ງວຽກກະສິກໍາ ແລະ ມາຊົງກາເຟໃນຍາມຫວ່າງວຽກ.

ການພັດທະນາຊົນນະບົດໃຫ້ຈະເລີນນັ້ນ ສຳຄັນແມ່ນຜູ້ມີຄວາມຮູ້ຄວາມສາມາດ. ເພື່ອດຶງດູດໄວໜຸ່ມກັບເມືອສ້າງທຸລະກິດຢູ່ບ້ານ, ອົງການປົກຄອງທ້ອງຖິ່ນໄດ້ວາງນະໂຍບາຍບຸລິມະສິດຕ່າງໆເຊິ່ງລວມທັງເງິນທຶນ ແລະ ເຕັກນິກເປັນຕົ້ນ; ພ້ອມກັນນັ້ນ ຍັງໄດ້ປັບປຸງຍົກລະດັບການຄົມມະນາຄົມ, ລະບົບນ້ຳປະປາ, ລະບົບໄຟຟ້າ ແລະ ສິ່ງແວດລ້ອມຢູ່ໃນຊົນນະບົດ ເພື່ອສ້າງສະພາບແວດລ້ອມອັນດີດ້ານການສ້າງທຸລະກິດ ແລະ ໃຫ້ບໍລິການທີ່ຮັບປະກັນ.

ພາຍໃຕ້ການສ້າງຊື່ສຽງດ້ວຍກາເຟ, ນັບແຕ່ປີ 2020 ເປັນຕົ້ນມາ, ຜູ້ສ້າງທຸລະກິດ 10 ກວ່າຄົນທີ່ມາຈາກທົ່ວປະເທດຈີນ ໄດ້ໄປສ້າງທຸລະກິດຢູ່ບ້ານລີ້ຢວີ້ໂຂຕາມລຳດັບ ໂດຍໄດ້ດຶງດູດນັກທ່ອງທ່ຽວໄປພັກຜ່ອນຢ່ອນອາລົມ ແລະ ໃຊ້ບໍລິການນັບມື້ນັບຫຼາຍຂຶ້ນ. ບ້ານລີ້ຢວີ້ໂຂຍັງໄດ້ລະດົມໂຄງການສ້າງທຸລະກິດອັນໃໝ່ເຂົ້າປະຈຳບ້ານ. ປີ 2023, ທົ່ວບ້ານໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 4 ແສນເທື່ອຄົນ, ລາຍຮັບລວມໝູ່ຂອງບ້ານບັນລຸ 526.000 ຢວນ ໂດຍໄດ້ເດີນເສັ້ນທາງແຫ່ງການພັດທະນາຊົນນະບົດໃຫ້ຈະເລີນ ທີ່ມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງປອງດອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ກາເຟຈອກໜຶ່ງ ກໍກະຕຸກຊຸກຍູ້ພະລັງຊີວິດຂອງຊົນນະບົດຈີນໄດ້

ຂໍ້ສະເໜີ 11 ຂໍ້ຂອງທ່ານ ໄອເຄິຢຶມູ ສະແດງໃຫ້ເຫັນເຖິງຄວາມຫວັງທີ່ດີງາມຂອງຜູ້ລ້ຽງສັດຊາວຊິ່ນຈ່ຽງ

ການຄ້າໝາກໄມ້ຈີນ-ອາຊຽນສ້າງຜົນປະໂຫຍດອັນແທ້ຈິງໃຫ້ແກ່ຊາວປູກໝາກໄມ້ຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້

ລະຄອນວິທະຍຸ “ວິວັດທະນາການຂອງບ້ານພູດອຍ”

ໃຜວ່າ ຫຍ້າເສັ້ນນ້ອຍ ເທົ່າປອຍນຸ່ນ ຈະທຽບຄຸນ ແສງແດດອຸ່ນ ແຫ່ງລະດູບານໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn