ນາງຄືຄົນທໍາອິດຂອງຈີນ, ນາງຊື່ວ່າ ເຊ້ລີ້ຈວິ່ນ
ຫວ່າງມໍ່ໆມານີ້ (ຄືວັນທີ 14 ເມສາຜ່ານມາ) ໃນການແຂ່ງຂັນຊຸບເປີລີກຈີນ ຮອບທີ 6 ເຊິ່ງເປັນການພົບກັນລະຫວ່າງທີມໄຫກາງນະຄອນຊຽງໄຮ ກັບ ທີມໄທ້ຊ່ານແຂວງຊ່ານຕົ່ງ, ນາງ ເຊ້ລີ້ຈວິ່ນ ຜູ້ຊ່ວຍກຳມະການຄົນທີສອງໄດ້ເປັນທີ່ດຶງດູດສາຍຕາຄົນທັງຫຼາຍ ເພາະນາງແມ່ນຜູ້ຊ່ວຍກຳມະການທີ່ດີເດັ່ນຂອງສະຫະພັນບານເຕະອາຊີ ທັງແມ່ນກຳມະການຍິງຄົນທຳອິດໃນການແຂ່ງຂັນຊຸບເປີລີກຈີນ.
“ເຝິກການແລ່ນມາຫຼາຍປີ, ຂ້າພະເຈົ້າບໍ່ເຄີຍຄິດວ່າ ຈະມາເຮັດວຽກກ່ຽວກັບບານເຕະ”. ນາງ ເຊ້ລີ້ຈວິ່ນ ບອກໃຫ້ຮູ້ຈັ່ງຊັ້ນ. ນາງມາຈາກເຂດຊົນນະບົດຂອງນະຄອນບ່າຈົ່ງ ແຂວງເສສວນ, ໃນຍາມຮຽນຢູ່ມັດທະຍົມ, ນາງເປັນນັກຮຽນທີ່ມີທ່າແຮງໃນດ້ານກິລາ ໂດຍມີຄວາມຝັນທີ່ຈະອອກຈາກເຂດພູດອຍ. ຫຼັງຈາກໄດ້ເຂົ້າຮ່ວມໃນການຮ່ຳຮຽນວິຊາການແລ່ນ ແລະ ລານແລ້ວ, ຍ້ອນມີການອອກກໍາລັງກາຍທີ່ດີ ແລະ ມີການຊີ້ນຳຈາກອາຈານສອນເຕະບານ, ນາງເຊ້ລີ້ຈວິ່ນເລີ່ມມີວາດສະໜາກັບບານເຕະ ແລະ ເດີນເຂົ້າສູ່ເສັ້ນທາງກຳມະການບານເຕະ.
ຄວາມຫຍຸ້ງໃນການສຶກສາກ່ຽວກັບບານເຕະແມ່ນຄວາມຮູ້ພື້ນຖານ, ຈຸດຕົ້ນຕໍຂອງມັນກໍແມ່ນເຂົ້າໃຈຕໍ່ກິລາປະເພດນີ້. ເພື່ອເຂົ້າໃຈຢ່າງເລິກເຊິ່ງຕໍ່ກິລາບານເຕະ, ນາງໄດ້ເຂົ້າຮຽນວິຊາບານເຕະ ຊົມການແຂ່ງຂັນ ແລະ ເຂົ້າຮ່ວມການແຂ່ງຂັນບານເຕະ ແລະ ທຸກໆທ້າຍສັບປະດາ, ນາງໄດ້ໃຊ້ເວລາທັງໝົດຢູ່ກັບສະໜາມບານເຕະ. ທັງໝົດເຫຼົ່ານີ້ໄດ້ສ້າງພື້ນຖານໃຫ້ນາງໃນການເປັນກຳມະການບານເຕະໃນອະນາຄົດ.
ຫຼັງຈາກກາຍເປັນກຳມະການລະດັບສາກົນພຽງຄົນດຽວຂອງແຂວງເສສວນໃນປີ 2018 ແລ້ວ, ນາງ ເຊ້ລີ້ຈວິ່ນ ເຄີຍເປັນກຳມະການໃນການແຂ່ງຂັນຫຼາຍເທື່ອ. ການຕັດສິນທີ່ພົ້ນເດັ່ນຂອງນາງ ໄດ້ຮັບການຢັ້ງຢືນຈາກສະຫະພັນບານເຕະສາກົນ.
ກຳມະການບານເຕະຕ້ອງມີຄວາມສາມາດສູງ ເຊັ່ນ: ແລ່ນໄວ, ຄ່ອງແຄ້ວ, ມີຄວາມອົດທົນ ແລະ ແລ່ນໄປມາດີທີ່ສຸດ. ເພື່ອສາມາດເປັນກຳມະການໃນການແຂ່ງຂັນບານເຕະໂລກເພດຍິງອີກຄັ້ງ, ນາງເຊ້ລີ້ຈວິ່ນ ໄດ້ໝັ່ນໄປເຝິກຊ້ອມໃນຫ້ອງຟິດນິດ ແລະ ສະໜາມກິລາແລ່ນ ແລະ ລານເກືອບທຸກມື້ ເພື່ອເສີ່ມສ້າງຄວາມສາມາດດ້ານຮ່າງກາຍ.
ຈາກເຂດພູດອຍ “ແລ່ນ” ໄປສູ່ສະໜາມແຂ່ງຂັນລະດັບສາກົນ, ນາງ ເຊ້ລີ້ຈວິ່ນ ຮູ້ໄດ້ຢ່າງເລິກເຊິ່ງວ່າ: ມີແຕ່ປັບຕົວໃຫ້ເຂົ້າກັບຈັງຫວະຂອງຊີວິດ ທີ່ທັງໄວທັງເຂັ້ມຂຸ້ນເທົ່ານັ້ນ ຈຶ່ງຈະສາມາດແລ່ນເຂົ້າໄປໃນສະໜາມຊີວິດທີ່ສົດໃສ ແລະ ກວ້າງຂວາງກວ່າເກົ່າ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ
ນາງຄືຄົນທໍາອິດຂອງຈີນ, ນາງຊື່ວ່າ ເຊ້ລີ້ຈວິ່ນ
ທ່ານນາງເຜີງລີ້ຢວນ ແລະ ທ່ານນາງເລວາຍຢ້ຽມຢາມໂຮງຮຽນສອງພາສາ
ການບໍລິໂພກແບບໃໝ່ ມັນໃໝ່ຢູ່ບ່ອນໃດ
ເຊົາສ໋າ! ຢ່າປ່າວຂ່າວອີກເລີຍ, ຍິ່ງປ່າວກໍຍິ່ງກັງວົນ
ທ່ານນາງເຜີງລີ້ຢວນຮ່ວມກັບທ່ານນາງຕະມະຣາຢ້ຽມຢາມຫໍພິພິທະພັນແຫ່ງຊາດແຊັກບີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved