ເຮືອບິນບໍ່ມີຄົນຂັບໄດ້ເສີມຂະຫຍາຍບົດບາດຫຼາຍ ໃນການສຳຫຼວດແຜ່ນດິນຂົ້ວໂລກໃຕ້ຂອງຈີນ
ຂົ້ວໂລກໃຕ້ ແມ່ນປົກຄຸມດ້ວຍນ້ຳກ້ອນທີ່ບໍ່ມີວັນລະລາຍ, ອາກາດໜາວຈັດ, ມີລົມແຮງ ແລະ ຫິມະໜັກເລື້ອຍໆ. ສະນັ້ນ, ເງື່ອນໄຂການສຳຫຼວດດ້ານວິທະຍາສາດຢູ່ຂົ້ວໂລກໃຕ້ແມ່ນຮ້າຍແຮງຫຼາຍ, ພາລະໜ້າທີ່ກໍເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກທີ່ສຸດ.
ຄຽງຄູ່ກັບເຕັກນິກເຮືອບິນບໍ່ມີຄົນຂັບຂອງຈີນ ໄດ້ພັດທະນາຢ່າງວ່ອງໄວ, ເຮືອບິນບໍ່ມີຄົນຂັບໄດ້ເສີມຂະຫຍາຍບົດບາດຢ່າງຫຼວງຫຼາຍ ໃນການສຳຫຼວດຂົ້ວໂລກໃຕ້ຂອງຈີນ. ໃນການສຳຫຼວດຂົ້ວໂລກໃຕ້ຄັ້ງທີ 40 ຂອງຈີນທີ່ຫາກໍສິ້ນສຸດລົງ, ສະມາຊິກຫຼາຍຄົນໃນທີມສຳຫຼວດໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບ ແລະ ເຄື່ອງເຊັນເຊີຫຼາຍປະເພດ ເພື່ອດຳເນີນການສຳຫຼວດວັດແທກເປັນຫຼາຍຄັ້ງ. ຮູບພາບທີ່ມີຄວາມຄົມຊັດສູງໄດ້ສະແດງໃຫ້ເຫັນເຖິງສະພາບພູມສັນຖານ ແລະ ພື້ນດິນຂອງຂົ້ວໂລກໃຕ້ ໂດຍໄດ້ສະໜອງຂໍ້ມູນອັນສຳຄັນໃຫ້ແກ່ທີມສຳຫຼວດໃນການຕັດສິນໃຈ ແລະ ດຳເນີນງານຢູ່ພາກສະໜາມ.
ໃນການສຳຫຼວດ, ເພື່ອຫຼີກລ່ຽງຄວາມສ່ຽງຈາກຊ່ອງຫວ່າງຂອງນ້ຳກ້ອນ, ທີມສຳຫຼວດຍັງໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບ ມາສັງເກດເສັ້ນທາງຢູ່ເທິງນ້ຳກ້ອນ ແລະ ຊ່ອງຫວ່າງຂອງນ້ຳກ້ອນ ເພື່ອວິນິດໄສເຂດອັນຕະລາຍ ພ້ອມທັງຍົກສູງປະສິດທິພາບ ແລະ ຄວາມປອດໄພໃນການສັນຈອນ.
ປັດຈຸບັນນີ້, ເຮືອບິນບໍ່ມີຄົນຂັບໄດ້ກາຍເປັນອຸປະກອນຈຳເປັນໃນການສຳຫຼວດຂົ້ວໂລກໃຕ້ຂອງຈີນ ໂດຍມີຄວາມສຳຄັນນັບມື້ນັບຫຼາຍຂຶ້ນໃນຫຼາຍໂຄງການ ເຊັ່ນ: ການວັດແທກທາງອາກາດ, ການຕິດຕາມສິ່ງແວດລ້ອມທາງໄກ, ການຕິດຕາມວັດແທກນ້ຳກ້ອນ ແລະ ອື່ນໆ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ
ເຮືອບິນບໍ່ມີຄົນຂັບໄດ້ເສີມຂະຫຍາຍບົດບາດຫຼາຍ ໃນການສຳຫຼວດແຜ່ນດິນຂົ້ວໂລກໃຕ້ຂອງຈີນ
ຄວາມສວຍງາມກາຍເປັນລາຍຮັບ ດອກໂບຕັນໄດ້ເພີ່ມພະລັງແຮງເຂົ້າໃນການພັດທະນາເສດຖະກິດ
ທ່ານນາງເຜີງລີ້ຢວນຮ່ວມກັບທ່ານນາງຕະມະຣາຢ້ຽມຢາມຫໍພິພິທະພັນແຫ່ງຊາດແຊັກບີ
ພົບກັບທ່ານ ສີຈິ້ນຜິງ ຂ້າພະເຈົ້າກຳລັງພິຈາລະນາຂຽນປື້ມກ່ຽວກັບຄວາມຊົງຈຳຂອງພວກ ເຮົາ
ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນ “ພະເອກ" ໃນງານວາງສະແດງລົດປັກກິ່ງປີ 2024
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved