ພາສາລາວ

ນາງເຊີນລີ້ຈວິ່ນ: ຍອມເປັນຫີນນ້ອຍໆກ້ອນໜຶ່ງໃນວົງສິລະປິນງິ້ວ

cri2024-04-25 10:50:38
Share
Share this with Close
Messenger Pinterest LinkedIn

ໃນຫຼາຍປີມໍ່ໆມານີ້, ງິ້ວດັ້ງເດີມຂອງຈີນໄດ້ຮັບຄວາມນິຍົມຊົມຊອບຫຼາຍຍ້ອນການປະດິດສ້າງໃໝ່. ຕົວຢ່າງຄື: ໃນປີ 2021 ແລະ 2022, ຮູບເງົາງິ້ວກວາງຕຸ້ງ ເລື່ອງ “ນາງພະຍາງູຂາວ” ໄດ້ສ້າງສະຖິຕິໃໝ່ດ້ານປີ້ເຂົ້າຊົມໃນປະຫວັດສາດຮູບເງົາງິ້ວຈີນ, ເມື່ອຮອດປີ 2023 ງິ້ວເຢວ້ເລື່ອງ “ເຮືອນພັກໂລງເມີນໃໝ່” ທີ່ເປັນງິ້ວເຢວ້ທີ່ມີລັກສະນະແບບຈີນໃໝ່ຂອງຄະນະງິ້ວເຢວ້ “ສຽວປາຍຮວ່າ” ແຂວງເຈີ້ຈ່ຽງຈີນ ໄດ້ຮັບຄວາມນິຍົມຊົມຊອບຫຼາຍ.

ງິ້ວເລື່ອງ “ເຮືອນພັກໂລງເມີນໃໝ່” ຮຽບຮຽງຈາກຮູບເງົາກັງຟູອຳມະຕະທີ່ມີຊື່ດຽວກັນ, ກາຍເປັນງິ້ວທີ່ຊື້ປີ້ໄດ້ຍາກຫຼາຍໃນປີ 2023 ເຊິ່ງບໍ່ພຽງແຕ່ສະແດງຢູ່ໃນໂຮງລະຄອນຫຼາຍກວ່າຮ້ອຍຮອບເທົ່ານັ້ນ, ທັງຍັງຖ່າຍທອດສົດຜ່ານທາງອອນລາຍ ໂດຍໄດ້ດຶງດູດຜູ້ຊົມເກືອບ 10 ລ້ານເທື່ອຄົນຕິດຕາມຊົມ. ນາງເຊີນລີ້ຈວິ່ນ ນັກສະແດງທີ່ເກີດຫຼັງປີ 1990 ທີ່ສະແດງເປັນພະເອກໃນເລື່ອງນີ້ ກໍໄດ້ກາຍເປັນນັກສະແດງງິ້ວເຢວ້ທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດໃນຫຼາຍປີມໍ່ໆມານີ້.

ເຊີນລີ້ຈວິ່ນເກີດຢູ່ນະຄອນເຊີ້ງໂຈ່ວ, ແຂວງເຈີ້ຈ່ຽງທີ່ເປັນແຫຼ່ງກຳເນີດງິ້ວເຢວ້. ນາງເວົ້າວ່າ: ຕົນເອງເລືອກຮຽນງິ້ວເຢວ້ ອັນໜຶ່ງແມ່ນຍ້ອນຜົນສະທ້ອນຈາກວັດທະນະທຳຂອງບ້ານເກີດເມືອງນອນ, ສອງແມ່ນຍ້ອນມີອາຈານເປັນຜູ້ຊີ້ນຳ ແລະ ສະເໜີແນະໃຫ້, ສາມແມ່ນຍ້ອນຊາຕາກຳໄດ້ຊັກນໍາໃຫ້ນາງເດີນໄປຕາມທາງເສັ້ນນີ້.

ເຊີນລີ້ຈວິ່ນໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມນັ້ນ ບໍ່ແມ່ນເລື່ອງບັງເອີນ.

ນາງເລີ່ມຮຽນງິ້ວເຢວ້ແຕ່ຍາມອາຍຸ 13 ປີ ແລະໄດ້ເຝິກຢ່າງດຸໝັ່ນມາເປັນເວລາ 18 ປີ. ໃນງິ້ວເຢວ້ເລື່ອງ “ເຮືອນພັກໂລງເມີນໃໝ່”, ສາກໜຶ່ງທີ່ມີຊື່ສຽງຫຼາຍກໍແມ່ນສາກທີ່ພະເອກ ແລະ ນາງເອກສູ້ກັນ ຄື ເຊີນລີ້ຈວິ່ນ ແລະ ຄູ່ຕໍ່ສູ້ໄດ້ເຝິກແອບມາຫຼາຍເທື່ອ. ເພື່ອສະແດງໃຫ້ເຫັນວ່າເຂົາເຈົ້າຕໍ່ສູ້ກັນແທ້, ໃນຍາມເຝິກ ທັງສອງຄົນກໍແມ່ນສູ້ກັນຢ່າງແທ້ຈິງ ຈົນເຮັດໃຫ້ເຈັບປວດທາງແຂນ-ຂາ ແລະ ຫົວເຂົ່າເລື້ອຍໆ.

ກ່ອນສະແດງເປັນພະເອກໃນເລື່ອງນີ້, ນາງເຊີນລີ້ຈວິ່ນໄດ້ໃຊ້ເວລາ 10 ປີເພື່ອຮຽນຮູ້ທ່າມື, ຕາ, ຮ່າງກາຍ ແລະ ວິທີຍ່າງຂອງຜູ້ຊາຍຢູ່ເທິງເວທີງິ້ວເຢວ້.

ເມື່ອເວົ້າເຖິງການໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມ, ນາງເຊີນລີ້ຈວິ່ນເວົ້າວ່າ: “ສິ່ງທີ່ເຄີຍໄດ້ຍິນ, ໄດ້ເບິ່ງ, ໄດ້ເຫັນ ແລະເຄີຍຮຽນໃນການເຝິກຮ້ອງງິ້ວເຢວ້ເຫຼົ່ານັ້ນ, ແລະສິ່ງທີ່ເປັນຄືທາດບຳລຸງຈາກການຮຽນເຫຼົ່ານັ້ນ ລ້ວນແຕ່ເປັນການກະກຽມພ້ອມທີ່ຈະສະແດງໃຫ້ເຫັນຢູ່ເທິງເວທີການສະແດງ”.

.md_Laos_page01 .md_hd{width:300px;}

1234全文 4 下一页

Share this story on

Messenger Pinterest LinkedIn