ຜະລິດຕະພັນຍອດຢ້ຽມໃນທົ່ວໂລກໄດ້ມາປາກົດຕົວຢູ່ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນ 2024
ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນ 2024 ພວມຈັດຂຶ້ນຢູ່ແຂວງໄຫຫຼຳຈີນ ໂດຍມີຫຼາຍກວ່າ 4000 ຫຍີ່ຫໍ້ທີ່ມາຈາກ 71 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ຜະລິດຕະພັນຍອດຢ້ຽມໃນທົ່ວໂລກໄດ້ລວມໂຕກັນຢູ່ທີ່ນີ້, ເຄື່ອງລຸ້ນໃໝ່, ແປກໃໝ່ ແລະ ມີເອກະລັກພິເສດໄດ້ຖືກວາງສະແດງຕົວຢູ່ໜ້າງານ ເຊິ່ງປະສົມປະສານໄປດ້ວຍຄວາມຫຼາກຫຼາຍສີສັນ.