ມາສຳຜັດກັບຈຸດເດັ່ນຂອງງານວາງສະແດງເຄື່ອງອຸປະໂພກບໍລິໂພກສາກົນຈີນ 2024
ງານວາງສະແດງເຄື່ອງອຸປະໂພກບໍລິໂພກສາກົນຈີນທີ່ມີຫົວຂໍ້ “ຮ່ວມກັນຊົມໃຊ້ໂອກາດແຫ່ງການເປີດປະຕູ, ຮ່ວມກັນສ້າງຊີວິດທີ່ສວຍງາມ” ຈະຈັດຂຶ້ນຢູ່ແຂວງໄຫຫຼຳຂອງຈີນໃນລະຫວ່າງວັນທີ 13-18 ເມສານີ້. ຈຸດເດັ່ນຕົ້ນຕໍຂອງງານຄັ້ງນີ້ມີ 3 ດ້ານຄື່ດັ່ງລຸ່ມນີ້:
1. ມີຄວາມເປັນສາກົນ. ໃນຖານະເປັນງານວາງສະແດງເຄື່ອງອຸປະໂພກບໍລິໂພກໃຫຍ່ທີ່ສຸດຢູ່ພາກພື້ນອາຊີ-ປາຊີຟິກ, ງານວາງສະແດງຄັ້ງນີ້ໄດ້ດຶງດູດຫຼາຍກວ່າ 4000 ຫຍີ່ຫໍ້ ທີ່ມາຈາກ 71 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ໃນນັ້ນ, ມີ 84 ຫຍີ່ຫໍ້ແມ່ນເຂົ້າຮ່ວມງານເປັນຄັ້ງທຳອິດ. ຜະລິດຕະພັນລວມມີຫຼາກຫຼາຍປະເພດ ຄື: ອຸປະກອນການແພດທີ່ທັນສະໄໝ, ເຄື່ອງໃຊ້ປະຈຳວັນ, ເຄື່ອງສຳອາງ ແລະ ຜະລິດຕະພັນເອເລັກໂຕຣນິກເປັນຕົ້ນ.
2, ມີວັດທະນະທຳນາມມະທຳຂອງຈີນ. ງານວາງສະແດງຄັ້ງນີ້ສາມາດເຮັດໃຫ້ຜູ້ຮ່ວມງານເລືອກຜະລິດຕະພັນໃນທົ່ວປະເທດ ແລະ ຈັດຊື້ຜະລິດຕະພັນໃນທົ່ວໂລກໄດ້. ພ້ອມດຽວກັນນັ້ນຍັງມີຜະລິດຕະພັນແຟຊັນທີ່ໄດ້ຮັບຄວາມນິຍົມຊົບຊອບຂອງຈີນ, ຜະລິດຕະພັນເຕັກນິກສູງຂອງຈີນ ແລະ ຜະລິດຕະພັນວັດທະນະທຳນາມມະທຳທີ່ມາຈາກແຫ່ງຕ່າງໆທົ່ວປະເທດຈີນ.
3, ມີເອກະລັກຂອງເຂດເກາະດອນໃນທະເລ. ແຂວງໄຫຫຼຳແມ່ນເຂດເກາະດອນ ໂດຍມີພູຜາປ່າຝົນ ແລະ ທະເລກວ້າງໃຫຍ່ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຈີນ ແລະ ຕ່າງປະເທດຈໍານວນນັບບໍ່ຖ້ວນມາທ່ຽວຊົມ. ງານວາງສະແດງຄັ້ງນີ້ໄດ້ຈັດບ່ອນວາງສະແດງເຮືອໃບ ແລະ ກຳປັ່ນທ່ອງທ່ຽວເປັນພິເສດ, ນຳສະເໜີວິຖີຊີວິດແບບພັກຜ່ອນຢ່ອນອາລົມດ້ວຍກິລາ ພ້ອມທັງໄດ້ຈັດກິດຈະກຳນຳສະເໜີກຳປັ່ນ ແລະ ລອງຂີ່ກຳປັ່ນເປັນຕົ້ນ.
ໃນໄລຍະຈັດງານວາງສະແດງຄັ້ງນີ້ ຍັງໄດ້ເຊື້ອເຊີນວິສາຫະກິດທີ່ມີຊື່ສຽງໃນສາກົນ ເຊິ່ງໄດ້ດຶງດູດສິນຄ້າອຸປະໂພກບໍລິໂພກ, ຜູ້ຊື້ ແລະ ຜູ້ຂາຍທີ່ມີຄຸນນະພາບດີທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ໂດຍໄດ້ສະແດງໃຫ້ເຫັນເຖິງບົດບາດທີ່ເປັນເວທີການບໍລິການສາທາລະນະທົ່ວໂລກ ແບບ “ຊື້ທົ່ວໂລກ ແລະ ຂາຍໄປທົ່ວໂລກ”.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ
ມາສຳຜັດກັບຈຸດເດັ່ນຂອງງານວາງສະແດງເຄື່ອງອຸປະໂພກບໍລິໂພກສາກົນຈີນ 2024
ຈີນສຳເລັດພາລະກິດການສຳຫຼວດວິທະຍາສາດຂົ້ວໂລກໃຕ້ຄັ້ງທີ 40 ຢ່າງຈົບງາມ
ຕະຫຼາດດອກໄມ້ສົດທີ່ໃຫຍ່ສຸດຂອງຈີນ
ເລຂາຄະນະພັກແຂວງຢຸນນານ: ພວກເຮົາມີກາເຟແລະຊາທີ່ດີ
ເປັນຫຍັງລົດໃຊ້ພະລັງງານໃໝ່ຂອງຈີນໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າອາຊີຕາເວັນອອກສຽງໃຕ້
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved