ພາສາລາວ

ຄວາມຫວັງໃຫຍ່ທີ່ສຸດຂອງລາວ ຄືຜະລິດທັນຍາຫານໃຫ້ຫຼາຍກວ່າເກົ່າ

cri2024-04-10 10:20:25
Share
Share this with Close
Messenger Pinterest LinkedIn

ວັນທີ 15 ເມສາ 2020, ທ່ານ ໂກ່ເພີງເຊີງ ຜູ້ຜະລິດທັນຍາຫານລາຍໃຫຍ່ລະດັບແຂວງ ທີ່ຢູ່ບ້ານຮົງຮຸ່ຍ ຕາແສງກ່ານທາງ ເມືອງຊ່ວງເຟີ່ງ ທັງແນມເບິ່ງສະພາບການຜະລິດໃນລະດູໃບໄມ້ປົ່ງທີ່ຄຶກຄື້ນ ແລະ ເວົ້າຢ່າງພູມໃຈວ່າ: “ແຕ່ລະມື້ໄດ້ໃຊ້ລົດໄຖ 6 ຄັນ, ແຮງງານ 50 ກວ່າຄົນສຸມໃສ່ການຫວ່ານກ້າ. ປັດຈຸບັນ ໄດ້ໄຖນາໄປແລ້ວ 200 ກວ່າເຮັກຕາ, ຫວ່ານກ້າໃນລະດູໃບໄມ້ປົ່ງເກືອບ 67 ເຮັກຕາ.”

ທ່ານ ໂກ່ເພີງເຊີງ ປີນີ້ມີອາຍຸ 42 ປີ, ຫຼັງຈາກຮຽນຈົບຈາກໂຮງຮຽນມັດທະຍົມເມື່ອປີ 1997 ແລ້ວ ກໍໄປຄ້າຂາຍເຄື່ອງມືທີ່ເປັນໂລຫະ ແລະ ເອເລັກໂຕຣນິກ ຢູ່ຕ່າງແຂວງ ຄື ກວາງຕຸ້ງ ແລະ ນະຄອນຊຽງໄຮ້. ຫຼັງຈາກແຕ່ງງານໃນປີ 2008 ແລ້ວ ລາວກໍໄດ້ເຮັດການລ້ຽງສັດ, ເຄີຍຮັບເໝົາໂຄງການກໍ່ສ້າງ ແລະ ມີເງິນຈຳນວນໜຶ່ງ. ປີ 2009, ເມື່ອເຫັນວ່າໃນບ້ານມີນາຮົກຮ້າງຈຳນວນຫຼາຍ, ລາວກໍເລີຍຫັນມາເຮັດໄຮ່ໄຖນາ. ເບື້ອງຕົ້ນໄດ້ສຳປະທານທີ່ດິນ 3 ກວ່າເຮັກຕາໃນບ້ານຂອງຕົນ, ຕໍ່ມາກໍໄດ້ຂະຫຍາຍກວ້າງອອກ. ໂດຍຜ່ານຄວາມພະຍາຍາມຢ່າງລຳບາກເປັນເວລາ 11 ປີ, ເຂດຜະລິດທັນຍາຫານຂອງລາວກວມເອົາຕາແສງກ່ານທາງ ແລະ ຊ່ານທາງພູ້ ລວມທັງໝົດ 7 ບ້ານ, 1.200 ກວ່າຄອບຄົວ ໂດຍມີເນື້ອທີ່ 300 ກວ່າເຮັກຕາ.

ປີ 2016, ຄູ່ຜົວເມຍໄດ້ຈົກເອົາເງິນສະສົມທັງໝົດຂອງຕົນ ໂດຍໄດ້ສ້າງຕັ້ງສະຫະກອນຮ່ວມມືສອງແຫ່ງ, ແບ່ງ 7 ບ້ານອອກເປັນ 3 ເຂດ, ຈ້າງແຮງງານ 100 ກວ່າຄົນຊ່ອຍເຮັດວຽກໃນຍາມຄາວຽກ, ແຮງງານເຫຼົ່ານີ້ສ່ວນຫຼາຍແມ່ນຜູ້ທຸກຍາກທີ່ຈົດທະບຽນ. ພາຍຫຼັງປີ 2009, ລາວໄດ້ຊື້ລົດໄຖນາ ແລະ ພາຫະນະກະສິກຳອື່ນໆຕາມລຳດັບ. ຜ່ານການຮຽນຮູ້ດ້ວຍຕົນເອງ ຫຼື ໄປຂໍຮຽນນຳຊ່າງສ້ອມແປງ, ທ່ານ ໂກ່ເພີງເຊີງ ບໍ່ພຽງແຕ່ຂັບລົດກະສິກຳປະເພດຕ່າງໆໄດ້ເທົ່ານັ້ນ ແຕ່ຍັງສ້ອມແປງເປັນອີກ. ແຕ່ລະປີ ສາມາດປະຢັດເງິນສ້ອມແປງໄດ້ຫຼາຍໝື່ນຢວນ.

“ເຮັດວຽກໃຫ້ສະຫະກອນຮ່ວມມື ຈະບໍ່ມີຄວາມສ່ຽງ ທັງໄດ້ເງິນທີ່ໝັ້ນຄົງ ມັນດີກວ່າເຮັດວຽກຢູ່ຕ່າງຖິ່ນ”. ທ້າວ ທານໄອ້ຈວິ່ນ ທີ່ກຳລັງຂັບລົດໄຖນາບອກໃຫ້ຮູ້ຄືແນວນັ້ນ. ປີ 2014, ຄອບຄົວຂອງລາວຖືກຢືນຢັນວ່າເປັນຄອບຄົວທຸກຍາກໃນບ້ານ, ໂກ່ເພີງເຊີງ ເຫັນວ່າ ລາວສາມາດຂັບລົດໄດ້ ກໍເອີ້ນລາວໄປຂັບລົດໄຖໃຫ້ ແລະ ກໍໄດ້ຮັບເງິນເດືອນໝື່ນກວ່າຢວນໃນທຸກປີ. ປັດຈຸບັນ, ລາວໄດ້ພົ້ນອອກຈາກຄວາມທຸກຍາກແລ້ວ ແລະ ມີຄວາມຫ້າວຫັນໃນການເຮັດວຽກຫຼາຍກວ່າເກົ່າ.

4 ປີຜ່ານໄປ, ມາຮອດປັດຈຸບັນນີ້, ຄຽງຄູ່ກັບການນຳໃຊ້ວິທະຍາສາດເຕັກໂນໂລຊີໃໝ່ ແລະ ອຸປະກອນກະສິກຳໃໝ່ງວດໃຫຍ່, ໄດ້ປ່ຽນແປງໂສມໜ້າການຜະລິດຂອງບ້ານຢ່າງຫຼວງຫຼາຍ. ຕາມການລາຍງານໃຫ້ຮູ້ວ່າ: ໃນປີ 2024 ນີ້, ເນື້ອທິ່ປູກເຂົ້ານາແຊງໃນລະດູໃບໄມ້ປົ່ງຂອງຕາແສງກ່ານທາງ ຄາດວ່າຈະບັນລຸເຖິງ 2.360 ເຮັກຕາ, ໄດ້ສ້າງເຂດສາທິດການປູກເຂົ້າສອງລະດູ 66 ເຮັກຕາເຖິງ 2 ແຫ່ງ ແລະ ເຂດສາທິດການປູກເຂົ້າສອງລະດູ 20 ເຮັກຕາ ມີເຖິງ 8 ແຫ່ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn