ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5
ວັນທີ 1 ເມສານີ້, ສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5 ໄດ້ໄຂຂຶ້ນຢູ່ນະຄອນລົ້ວຢາງ ແຂວງເຮີນານຈີນ ເຊິ່ງເປັນກິດຈະກຳສຳຄັນໃນງານວັດທະນະທຳໂບຕັ໋ນລົ້ວຢາງຈີນຄັ້ງທີ 41. ສັບປະດາແຟຊັນໂຊຄັ້ງນີ້ໄດ້ສະແດງໃຫ້ເຫັນສີສັນພິເສດ ສະເໜ່ດ້ານວັດທະນະທຳ ແລະຫົວຄິດປະດິດສ້າງຂອງນະຄອນລົ້ວຢາງ.
ສັບປະດາແຟຊັນໂຊຄັ້ງນີ້ໄດ້ດຶງດູດນັກອອກແບບເຄື່ອງນຸ່ງແຟຊັນທັງພາຍໃນ ແລະຕ່າງປະເທດຜູ້ມີຊື່ສຽງຫຼາຍທ່ານເຂົ້າຮ່ວມ. ຜົນງານຂອງພວກທ່ານໄດ້ເຮັດໃຫ້ຄວາມງາມຂອງທຳມະຊາດກັບຄວາມງາມຂອງເຄື່ອງນຸ່ງແຟຊັນເຊື່ອມໂຍງເຂົ້າກັນ, ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມທັງຫຼາຍ.
ສັບປະດາແຟຊັນໂຊຄັ້ງນີ້ຍັງໄດ້ຄົ້ນຄວ້າການພົວພັນລະຫວ່າງເຄື່ອງນຸ່ງແຟຊັນກັບວັດທະນະທຳແລະຂະແໜງການຕ່າງໆ, ພ້ອມທັງໄດ້ຄົ້ນຄວ້າເສັ້ນທາງພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງຂະແໜງການແຟຊັນກັບວັດທະນະທຳຕົວເມືອງ ເຊິ່ງເປັນການຊຸກຍູ້ການພັດທະນາຂອງຕົວເມືອງ.