ພາສາລາວ

ລົດ 45 ຄັນໃຊ້ເວລາ 5 ຊົ່ວໂມງ ຜ່ານ “ທາງຟ້າ” ເພື່ອສົ່ງນັກຮຽນກັບເມືອໂຮງຮຽນ

cri2024-04-03 16:09:20
Share
Share this with Close
Messenger Pinterest LinkedIn

ຫວ່າງກ່ອນນີ້ບໍ່ດົນ, ຢູ່ຕາແສງສີ່ເຮີຊີ່ວ ເມືອງເຢ້ເຊີງ ນະຄອນກາສ ເຂດປົກຄອງຕົນເອງເຜົ່ຍອຸຍເກີຊິ່ນຈ່ຽງຈີນ, ລົດຂະບວນໜຶ່ງມີທັງໝົດ 45 ຄັນໄດ້ແລ່ນຜ່ານພູຫິມະທີ່ສູງກວ່າລະດັບໜ້ານ້ຳທະເລ 4.000 ກວ່າແມັດ 2 ໜ່ວຍ, ໃຊ້ເວລາ 5 ຊົ່ວໂມງເພື່ອສົ່ງນັກຮຽນ 165 ຄົນກັບເມືອໂຮງຮຽນຢ່າງສຳເລັດຜົນ.

ຕາແສງສີ່ເຮີຊີ່ວ ເມືອງເຢ້ເຊີງ ຕັ້ງຢູ່ໃຈກາງສາຍພູຄຸ່ນລຸນ, ສູງກວ່າລະດັບໜ້ານ້ຳທະເລ 3.500 ກວ່າແມັດ, ພູໃນບໍລິເວນຫຼາຍໜ່ວຍຖືກປົກຄຸມດ້ວຍຫິມະ ແລະ ນ້ຳກ້ອນຕະຫຼອດປີ. ຕາແສງນີ້ລວມມີ 9 ບ້ານ, ທຸກບ້ານຕັ້ງຢູ່ໃນຮ່ອມພູທີ່ຫ່າງໄກກັນ.

ນັກຮຽນປະຖົມຂອງບ້ານ ອາຢາເກີເຊຜູ ໄປຮຽນຢູ່ຕາແສງ, ຕ້ອງຍ່າງຜ່ານພູຫິມະທີ່ສູງກວ່າລະດັບໜ້ານ້ຳທະເລ 4.000 ກວ່າແມັດນັ້ນ 2 ໜ່ວຍ, ໄລຍະທາງທັງໝົດ 60 ກິໂລແມັດ. ໃນນັ້ນ ມີທາງອ້ອມພູເກືອບ 40 ກິໂລແມັດ.

ເພື່ອຫຼຸດຜ່ອນຄວາມສ່ຽງໃນການໄປ-ກັບ ລະຫວ່າງໂຮງຮຽນ ແລະ ເຮືອນຂອງນັກຮຽນ, ໂຮງຮຽນປະຖົມສູນກາງຂອງຕາແສງໄດ້ປະຕິບັດການກິນນອນ. ຫຼັງຈາກເລີ່ມພາກຮຽນແລ້ວ ຈົນຮອດຍາມພັກຮຽນລະດູຮ້ອນ, ນັກຮຽນທັງຫຼາຍຈຶ່ງສາມາດກັບເມືອຢາມບ້ານໄດ້. ກ່ອນຈະອອກຈາກບ້ານ, ພໍ່ແມ່ຜູ້ປົກຄອງທັງຫຼາຍແມ່ນອາໄລອາວອນລູກຫຼານທີ່ສຸດ. ທ້າວ ໄອຈຶໄມທີ ຮູໄຕເຄີ ທີ່ເປັນຊາວບ້ານໄດ້ກວດເບິ່ງເຄື່ອງໃຊ້ຂອງລູກສອງຄົນຫຼາຍເທື່ອ, ລາວເວົ້າວ່າ: “ພໍ່ຊ່ວຍມ້ຽນກະເປົ໋າ, ຫວັງວ່າລູກໆຈະໄດ້ຄະແນນດີຂຶ້ນໃນເມື່ອກັບໄປ”.

ກ່ອນຈະເປີດພາກຮຽນໃໝ່, ພະນັກງານ ແລະ ຕຳຫຼວດຈໍລະຈອນຂອງຕາແສງສີ່ເຮີຊີ່ວ ໄດ້ຈັດຕັ້ງຂະບວນລົດ ເພື່ອຮັບປະກັນໃຫ້ນັກຮຽນທັງຫຼາຍກັບເມືອໂຮງຮຽນໄດ້ຢ່າງປອດໄພ. ວັນທີ 21 ກຸມພາຜ່ານມານີ້, ຕາແສງສີ່ເຮີຊີ່ວໄດ້ໃຊ້ລົດກວາດຫິມະອະນາໄມຫິມະຕາມທາງ ເພື່ອຮັບປະກັນໃຫ້ຂະບວນລົດສົ່ງນັກຮຽນແລ່ນຜ່ານໄດ້ຢ່າງສະດວກສະບາຍ.

ກ່ອນຈະເດີນທາງໃນວັນທີ 22 ກຸມພາແລ້ວນີ້, ຜູ້ຂັບລົດທັງຫຼາຍຍັງໄດ້ກວດກາສະພາບຂອງລົດຢ່າງລະອຽດ ພ້ອມທັງມັດໂສ້ກັນມື່ນໃສ່ຢາງລົດ. ເວລາ 13 ໂມງ, ຂະບວນລົດສົ່ງນັກຮຽນຈໍານວນ 45 ຄັນຂອງບ້ານຕ່າງໆໄດ້ອອກເດີນທາງ ພາຍໃຕ້ການປົກປ້ອງຈາກຕຳຫຼວດຈໍລະຈອນ.

1234全文 4 下一页

Share this story on

Messenger Pinterest LinkedIn