ຈັດງານວາງສະແດງພະລັງງານສະອາດສາກົນຈີນ 2024 ຢູ່ນະຄອນຫຼວງປັກກິ່ງ
ງານວາງສະແດງພະລັງງານສະອາດສາກົນຈີນ 2024 ໄດ້ຈັດຂຶ້ິນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 26 ຫາວັນທີ 28 ມີນານີ້ ເຊິ່ງມີຫົວຂໍ້ “ພະລັງງານສະອາດຊ່ວຍສ້າງລະບົບພະລັງໄຟຟ້າໃໝ່”, ໂດຍໄດ້ວາງສະແດງເຕັກນິກໃໝ່, ຜະລິດຕະພັນໃໝ່ ແລະ ການນຳໃຊ້ພະລັງງານສະອາດຈຳນວນຫຼາຍໃນໄລຍະຈັດງານ.