ພາສາລາວ

ຊາວກະສິກອນທີ່ດຳລົງຊີວິດໃນເຂດດິນດຳທາງພາກຕາເວັນອອກສຽງເໜືອຂອງຈີນປະກອບສ່ວນເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດ

cri2024-03-26 10:47:38
Share
Share this with Close
Messenger Pinterest LinkedIn

ເມືອງລີຊູ້ ນະຄອນຊື້ພີງ ແຂວງຈີລີນ ແມ່ນເມືອງໃຫຍ່ດ້ານການຜະລິດທັນຍາຫານຂອງຈີນ. ທ່ານນາງ ຮານເຟີ້ງຊ່ຽງ ຜູ້ອຳນວຍການສະຫະກອນຮ່ວມມືສະເພາະເຄື່ອງຈັກກະສິກຳ ແລະ ຊາວກະສິກອນບ້ານເຟີ້ງຮວງ ເມືອງລີຊູ້ ຍັງຈໍາຄຳຂວັນທີ່ຂຽນໄວ້ໃນກຳແພງບ້ານໃນຍາມຍັງນ້ອຍໄດ້ວ່າ: “ທາງອອກກົກຮາກຂອງກະສິກຳແມ່ນເຄື່ອງຈັກ”.

ຫຼັງຈາກຮຽນຈົບຈາກມະຫາວິທະຍາໄລແລ້ວ, ນາງໄດ້ກັບເມືອບ້ານເກີດເມືອງນອນດ້ວຍຄວາມຮັກແພງຕໍ່ດິນແດນສີດຳຂອງຕົນ ແລະ ໄດ້ສ້າງຕັ້ງສະຫະກອນຮ່ວມມືກົນຈັກກະສິກຳ. ກ່ອນອື່ນ, ນາງໄດ້ໃຊ້ຮູບແບບການປູກຝັງແບບໃໝ່ ຄືເຮັດໃຫ້ຜົນຜະລິດສາລີເພີ່ມຂຶ້ນຢ່າງຫຼວງຫຼາຍ. ຊາວບ້ານເຫັນດັ່ງນັ້ນກໍຊື່ນຊົມຕໍ່ຜົນງານ ແລ້ວຈຶ່ງພາກັນປູກສາລີຕາມນາງ.

ຈາກຈັກຫວ່ານແນວພັນຂະໜາດໃຫຍ່ ຈົນຮອດຈັກເກັບກ່ຽວ, ຕໍ່ມາໄດ້ໃຊ້ຍົນບໍ່ມີຄົນຂັບສຳລັບໃສ່ຝຸ່ນ ແລະ ຢາປາບສັດຕູພືດ. ປັດຈຸບັນ, ສະຫະກອນຮ່ວມມືຂອງນາງມີກົນຈັກກະສິກຳຂະໜາດໃຫຍ່ 73 ຊຸດ; ຈາກການປູກຝັງທີ່ຊໍານິຊໍານານ ຈົນເຖິງການປູກແບບອັດສະລິຍະ, ລົດໄຖທີ່ບໍ່ມີຄົນຂັບ, ຈັກຫວ່ານກ້າແບບອັດສະລິຍະ ແລະເຄື່ອງຈັກອື່ນໆ ໄດ້ຖືກນຳໃຊ້ບົນດິນແດນສີດຳແຜ່ນນີ້ຢ່າງກວ້າງຂວາງແລ້ວ.

ທ່ານນາງ ຮານເຟີ້ງຊ່ຽງ ເວົ້າວ່າ: ສະຫະກອນຮ່ວມມືກົນຈັກກະສິກຳໄດ້ຮັບໃຊ້ຊາວກະສິກອນ 800 ກວ່າຄອບຄົວໃນ 9 ບ້ານອ້ອມຂ້າງ; ປີ 2023, ຜົນຜະລິດທັນຍາຫານຂອງສະຫະກອນໄດ້ບັນລຸ 10 ລ້ານກວ່າກິໂລ.

ທ່ານນາງ ຮານເຟີ້ງຊ່ຽງ ເວົ້າຕື່ມອີກວ່າ: “ຂ້າພະເຈົ້າ ແລະ ຊາວບ້ານທັງຫຼາຍໄດ້ເອົາໃຈໃສ່ນຳອາຫານການກິນຂອງຊາວຈີນຢູ່ສະເໝີ, ຈື່ໄວ້ວ່າ ຍາມໃດກໍຕ້ອງຈັບຖ້ວຍເຂົ້າໄວ້ໃນມືຂອງຕົນໃຫ້ແໜ້ນ. ພວກເຮົາຕ້ອງພະຍາຍາມອອກແຮງໃຫ້ຫຼາຍກວ່າເກົ່າ, ສ້າງຜົນເກັບກ່ຽວໃຫ້ຫຼາຍກວ່າເກົ່າ, ຊຸກຍູ້ໃຫ້ທຸກຄົນມີລາຍຮັບ ແລະ ຮັ່ງມີຂຶ້ນ. ພ້ອມດຽວກັນກໍຍັງເປັນການປະກອບສ່ວນ ເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດໃຫ້ຫຼາຍກວ່າເກົ່າຕື່ມອີກ”.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn