ພາສາລາວ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

cri2024-03-15 10:12:16
Share
Share this with Close
Messenger Pinterest LinkedIn

ທ່ານນາງ ເຢວ້ສຽວຢູນ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນ ເປັນຄົນຕາແສງລິວເຈ່ຍຕ້ຽນ ເມືອງພີງກູ ນະຄອນຫຼວງປັກກິ່ງ ເຊິ່ງເປັນບ່ອນຜະລິດໝາກຄາຍທີ່ມີຊື່ສຽງ. ນັບແຕ່ມີອາຍຸ 10 ກວ່າປີເປັນຕົ້ນມາ, ທ່ານນາງ ເຢວ້ສຽວຢູນ ກໍເລີ່ມປູກໝາກຄາຍ ແລະ ຂາຍໝາກຄາຍນຳພໍ່ແມ່. ມາຮອດປັດຈຸບັນ, ທ່ານບໍ່ພຽງແຕ່ຊຳນານໃນດ້ານເຕັກນິກການປູກພືດຊະນິດຕ່າງໆເທົ່ານັ້ນ, ຍັງເປັນຜູ້ຊ່ຽວຊານໃນດ້ານການຄ້າຂາຍທາງອອນລາຍຂອງທ້ອງຖິ່ນອີກດ້ວຍ ໂດຍໄດ້ຂາຍຜະລິດຕະພັນກະສິກຳຂອງບ້ານເກີດຜ່ານການຖ່າຍທອດສົດທາງອອນລາຍ ແລະ ນຳພາຊາວບ້ານສ້າງຄວາມຮັ່ງມີຂຶ້ນ.

ທ່ານນາງ ເຢວ້ສຽວຢູນ ເວົ້າວ່າ: ການຈຳໜ່າຍດ້ວຍວິທີຖ່າຍທອດສົດທາງອອນລາຍ ສາມາດເຮັດໃຫ້ຊາວບ້ານມີລາຍຮັບເພີ່ມຂຶ້ນ ແລະ ຮັ່ງມີຂຶ້ນ, ຊີວິດການເປັນຢູ່ຂອງຊາວບ້ານກໍນັບມື້ນັບດີຂຶ້ນ.

ປີ 2016, ທ່ານນາງ ເຢວ້ສຽວຢູນ ທີ່ເຮັດວຽກຢູ່ໃນນະຄອນຫຼວງປັກກິ່ງເປັນເວລາຫຼາຍປີ ໄດ້ຕົກລົງລາອອກຈາກວຽກງານ ແລ້ວກັບເມືອບ້ານເກີດເພື່ອນຳພາຊາວບ້ານປູກໝາກຄາຍ. ໃນສາຍຕາຂອງທ່ານນາງ ເຢວ້ສຽວຢູນ, ການສ້າງຮາກຖານໃນການສ້າງສາຊົນນະບົດນັ້ນ ຕ້ອງໃຫ້ຊາວບ້ານກຳໄດ້ວິທີໃນການສ້າງຄວາມຮັ່ງມີດ້ວຍຕົນເອງ ຈຶ່ງສາມາດເຮັດໃຫ້ເຂົາເຈົ້າເສີມຂະຫຍາຍຄວາມຂະຫຍັນຫ້າວຫັນ ແລະ ສາມາດຮັ່ງມີຂຶ້ນໄດ້.

ປີ 2019, ທ່ານນາງ ເຢວ້ສຽວຢູນ ໄດ້ຮ່ວມກັບຊາວບ້ານ ສ້າງຕັ້ງສະຫະກອນຮ່ວມມື ເພື່ອຈຳໜ່າຍໝາກຄາຍ, ໝາກຈອງ, ສະຕໍເບີຣີ, ໝາກເລັ່ນ ແລະ ຜະລິດຕະພັນກະສິກຳສົດໆໄປແຫ່ງຕ່າງໆໃນທົ່ວປະເທດ ດ້ວຍຮູບການຈຳໜ່າຍຈາກຮ້ານອອນລາຍ, ຈາກແຫຼ່ງຜະລິດ ແລະ ຜ່ານການຖ່າຍທອດສົດທາງອອນລາຍ.

ນັບມາຮອດທ້າຍເດືອນກຸມພາປີ 2024 ນີ້, ສະຫະກອນຮ່ວມມືທີ່ສ້າງຕັ້ງໂດຍທ່ານນາງ ເຢວ້ສຽວຢູນ ແລະ ຊາວບ້ານທັງຫຼາຍ ໄດ້ຂາຍຜະລິດຕະພັນກະສິກຳມີມູນຄ່າເຖິງ 60 ລ້ານກວ່າຢວນ, ເຝິກອົບຮົມການຖ່າຍທອດສົດທາງອອນລາຍໃຫ້ຊາວບ້ານໄດ້ເກືອບ 100 ຄົນ ເຊິ່ງບໍ່ພຽງແຕ່ໄດ້ເພີ່ມລາຍຮັບໃຫ້ຊາວບ້ານທັງຫຼາຍເທົ່ານັ້ນ ຍັງສົ່ງເສີມໃຫ້ເຂົາເຈົ້າມີວຽກເຮັດງານທຳນຳອີກ.

ຫຼັງຈາກໄດ້ຮັບເລືອກຕັ້ງເປັນຜູ້ແທນສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໃນປີ 2023 ແລ້ວ, ທ່ານນາງ ເຢວ້ສຽວຢູນ ໄດ້ກ່າວວ່າ: “ຂ້າພະເຈົ້າຈະປະຕິບັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີ, ເປັນຂົວຕໍ່ ແລະ ສາຍພານລະຫວ່າງພັກ-ລັດກັບປະຊາຊົນໃຫ້ດີ”.

ວັນທີ 8 ມີນານີ້, ທ່ານນາງ ເຢວ້ສຽວຢູນ ໃຫ້ສຳພາດຕໍ່ນັກຂ່າວຢູ່ທີ່ຫໍສະພາປະຊາຊົນແຫ່ງຊາດຈີນວ່າ: “ຂ້າພະເຈົ້ານັບມື້ຶ້ນັບຮູ້ສຶກວ່າ ອະນາຄົດຂອງການສ້າງຄວາມຈະເລີນຮຸ່ງເຮືອງໃຫ້ກັບຊົນນະບົດນັ້ນ ແມ່ນຢູ່ນຳວິທະຍາສາດເຕັກໂນໂລຊີ. ໃນຊຸມປີມໍ່ໆມານີ້, ພວກເຮົາໄດ້ຮ່ວມມືກັບສະຖາບັນວິທະຍາສາດກະສິກຳ ແລະ ປ່າໄມ້ ໂດຍໄດ້ສ້າງຕັ້ງສະຖາບັນວິທະຍາສາດເຕັກໂນໂລຊີນ້ອຍທີ່ມີນັກຄົ້ນຄວ້າ 9 ຄົນ, ໄດ້ນຳເຂົ້າໂຄງການປະດິດສ້າງໃໝ່ທາງວິທະຍາສາດເຕັກໂນໂລຊີ ເຊັ່ນ: ນິຄົມດອກເຕີ, ສວນກະສິກຳແບບອັດສະລິຍະ ແລະ ແຫຼ່ງສາທິດແນວພັນທີ່ດີເດັນໃໝ່ ເປັນຕົ້ນ. ບໍ່ພຽງແຕ່ໄດ້ຍົກສູງຄຸນນະພາບຂອງໝາກຄາຍ ຫາກຍັງໄດ້ສ້າງເສັ້ນທາງໃໝ່ໃຫ້ຊາວກະສິກອນ ໃນການສ້າງຄວາມຮັ່ງມີດ້ວຍການປະດິດສ້າງໃໝ່ທາງເຕັກໂນໂລຊີນຳອີກ.

1234全文 4 下一页

Share this story on

Messenger Pinterest LinkedIn