ໂຮງງານຜູ້ເປັນແມ່ ກາຍເປັນເຄັດລັບໃນການພັດທະນາການຖັກແສ່ວຂອງເຜົ່າຖູເຈ່ຍຂອງຈີນ
ສູນຖັກແສ່ວເຜົ່າຖູເຈ່ຍ ກວ່າຍຢ່າວເມີ້ຍ ທີ່ຕັ້ງຢູ່ນະຄອນຈ່າງເຈ່ຍເຈ້, ແຂວງຮູນານຈີນ ໄດ້ສ້າງຕັ້ງຂຶ້ນໃນປີ 2014, ແມ່ນສູນຖັກແສ່ວເຜົ່າຖູເຈ່ຍທີ່ໃຫຍ່ທີ່ສຸດໃນປະເທດຈີນໃນປັດຈຸບັນ, ມັນຍັງມີອີກຊື່ໜຶ່ງທີ່ມີຄວາມອົບອຸ່ນ ຄື: ໂຮງງານຜູ້ເປັນແມ່. ເພາະວ່າພະນັກງານກຳມະກອນທັງໝົດ 120 ກວ່າຄົນຂອງສູນແຫ່ງນີ້ລ້ວນແຕ່ເປັນເພດຍິງ. ໃນນັ້ນ 80% ແມ່ນຜູ້ຍິງທີ່ຍັງມີລູກຕ້ອງໄດ້ດູແລຢູ່ ແລະ ມີແມ່ເກືອບ 50 ຄົນທີ່ຈຳເປັນຕ້ອງໄດ້ພາລູກໄປນຳໃນເວລາເຮັດວຽກ.
ເພື່ອຊ່ວຍໃຫ້ບັນດາຜູ້ຍິງທີ່ເປັນແມ່ໃນຊົນນະບົດ ສາມາດເບິ່ງແຍງທັງຄອບຄົວ ແລະ ໜ້າວຽກ, ສູນແຫ່ງນີ້ໄດ້ເລືອກຕັ້ງຢູ່ອ້ອມແອ້ມໂຮງຮຽນ ແລະ ມີລະບຽບເຂົ້າການທີ່ໂຍະຍານ. ສະນັ້ນ, ພະນັກງານກໍມີຄວາມສະດວກໃນການຮັບ-ສົ່ງລູກ ແລະ ພາລູກມາການນຳໄດ້, ຖ້າມີກໍລະນີພິເສດກໍຍັງສາມາດເຮັດວຽກຢູ່ເຮືອນໄດ້.
ບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ສູນດັ່ງກ່າວໄດ້ເຂົ້າສູ່ໄລຍະຂຸ້ນຂ້ຽວເລັ່ງລັດວຽກງານ, ກຳມະກອນຖັກແສ່ວທັງຫຼາຍພວມເລັ່ງລັດຜະລິດເຄື່ອງຫັດຖະກຳຖັກແສ່ວເຜົ່າຖູເຈ່ຍ.
ຈາກບັ້ນການລຶບລ້າງຄວາມທຸກຍາກ ຈົນຮອດການພັດທະນາຊົນນະບົດໃຫ້ຈະເລີນ, ໃນຂະນະທີ່ພັດທະນາພາລະກິດຖັກແສ່ວເຜົ່າຖູເຈ່ຍ, ປົກປັກຮັກສາ ແລະ ສືບທອດຝີມືມໍລະດົກວັດທະນະທຳນາມມະທຳລະດັບຊາດ, ສູນຖັກແສ່ວເຜົ່າຖູເຈ່ຍ ກວ່າຍຢ່າວເມີ້ຍ ຍັງໄດ້ສຸມກຳລັງເຂົ້າໃນການຊ່ວຍເຫຼືອປະຊາຊົນໃນການເພີ່ມລາຍຮັບ ແລະ ສ້າງຄວາມຮັ່ງມີ. ປັດຈຸບັນ, ມີຜູ້ທຸກຍາກ 1.463 ຄົນຈາກ 12 ບ້ານໄດ້ຮັບຜົນປະໂຫຍດຈາກສູນດັ່ງກ່າວ. ສູນຖັກແສ່ວເຜົ່າຖູເຈ່ຍ ກວ່າຍຢ່າວເມີ້ຍ ໄດ້ເດີນໄປຕາມເສັ້ນທາງພັດທະນາ ທີ່ວັດທະນະທຳ ແລະ ການທ່ອງທ່ຽວເຊື່ອມໂຍງເຂົ້າກັນ, ການຜະລິດທີ່ມີເອກະລັກພິເສດໃນການຊຸກຍູ້ການສ້າງຄວາມຮັ່ງມີ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂຮງງານຜູ້ເປັນແມ່ ກາຍເປັນເຄັດລັບໃນການພັດທະນາການຖັກແສ່ວຂອງເຜົ່າຖູເຈ່ຍຂອງຈີນ
ບັນຍາກາດບຸນກຸດຈີນນັບມື້ນັບເຂັ້ມຂຸ້ນ
ເມືອງເກົ່າຮຸ່ຍໂຈ່ວແຂວນໂຄມໄຟສີແດງເພື່ອຕ້ອນຮັບບຸນກຸດຈີນ
ທ່ານສີຈິ້ນຜິງອວຍພອນໄຊອັນປະເສີດເຖິງປະຊາຊົນບັນດາເຜົ່າໃນທົ່ວປະເທດເນື່ອງໃນໂອກາດບຸນກຸດຈີນ
ການປ່ຽນແປງຢ່າງໃຫຍ່ຫຼວງຂອງບ້ານຢູ່ເທິງພູສູງຊັນ
ນັກສຶກສາຂອງບ້ານອາເຈີເຄີ່ກັບບ້ານເພື່ອສ້າງທຸລະກິດ: ບ່ອນທີ່ເຮັດໃຫ້ໃນໃຈຂ້ອຍມີຄວາມສະຫງົບສຸກ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved