ໄຂເທສະການສິລະປະວັດທະນະທຳປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023
ວັນທີ 30 ພະຈິກແລ້ວນີ້, ພິທີໄຂ ແລະ ງານລາຕີຂອງເທສະການສິລະປະວັດທະນະທຳປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023 ໄດ້ຈັດຂຶ້ນຢູ່ນະຄອນຊຽງຮຸ່ງ, ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາ,ແຂວງຢູນນານຈີນ. ສິລະປິນທີ່ມາຈາກ 6 ປະເທດ ຄື: ຈີນ, ລາວ, ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມໄດ້ສະແດງສິລະປະທີ່ມີເອກະລັກພິເສດຂອງຕົນ, ເຮັດໃຫ້ຜູ້ຊົມທັງຫຼາຍໄດ້ຮັບຊົມລາຍການທີ່ດີເລີດ.