ຫຼິ້ນເທດສະການໝາກເຜັດຢູ່ເມືອງຊິ່ວເປີຍແຂວງຢຸນນານຈີນ
ຫວ່າງມໍ່ໆມານີ້, ຢູ່ເມືອງຊິ່ວເປ ກິ່ງແຂວງປົກຄອງຕົນເອງເຜົ່າຈ້ວງເຜົ່າມົ້ງເວີນສ່ານ ແຂວງຢຸນນານຂອງຈີນໄດ້ຈັດວັນເທດສະການໝາກເຜັດຊິ່ວເປີຍຄັ້ງທີ 21, ນັກທ່ອງທ່ຽວ ແລະ ນັກທຸລະກິດແຫ່ງຕ່າງໆຂອງຈີນເຕົ້າໂຮມກັນຢູ່ “ບ້ານເກີດໝາກເຜັດ” ເພື່ອຊິມໝາກເຜັດ ແລະ ຊົມເບິ່ງການສະແດງຕາມຮີດຄອງປະເພນີ.