ປະຊາຊົນຝັ່ງຕາເວັນຕົກແມ່ນ້ຳຈໍແດນປະທ້ວງເຫດການໂຮງຫມໍເຂດກາຊາຖືກໂຈມຕີ
ວັນທີ 18 ຕຸລານີ້, ຂ່າວສານປາແລັດສະຕິນລາຍງານວ່າ: ມື້ດຽວກັນ, ປະຊາຊົນທ້ອງຖິ່ນໄດ້ນັດຢຸດງານທັງໝົດຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເພື່ອໄວ້ອາໄລເຖິງຍາດພີ່ນ້ອງປາແລັດສະຕິນທີ່ເສຍຊີວິດຈາກເຫດການໂຈມຕີໂຮງໝໍຢູ່ເຂດກາຊາ ແລະ ປະທ້ວງອິດສະຣາແອນໂຈມຕີເຂດກາຊາຢ່າງຕໍ່ເນື່ອງ.