ພາສາລາວ

ມີພວກເພິ່ນໃນມື້ນັ້ນ ຈື່ງມີພວກເຮົາໃນມື້ນີ້——ເຂດຊິ່ນຈ່ຽງຈີນເອົາໃຈໃສ່ສ້າງຄວາມສຸກໃຫ້ກັບຜູ້ອາຍຸສູງ

CRI2023-07-21 15:14:30
Share
Share this with Close
Messenger Pinterest LinkedIn

ຄຽງຄູ່ກັບການພັດທະນາດ້ານສັງຄົມ, ການດູແລຜູ້ອາຍຸສູງໄດ້ກາຍເປັນບັນຫາຈຸດສຸມອັນໜຶ່ງທີ່ສັງຄົມໃຫ້ຄວາມສົນໃຈແລະເປັນຫ່ວງເປັນໃຍ. ຕໍ່ກັບບັນຫາດັ່ງກ່າວນີ້, ເມືອງອຸເອີເຫີ ນະຄອນເຄີລາມາອີ ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນໄດ້ຄົ້ນພົບວິທີແກ້ໄຂທີ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນແລະມີປະສິດທິຜົນສູງ, ນັ້ນກໍຄືການສ້າງເປັນເຂດຊຸມຊົນສໍາລັບຜູ້ອາຍຸສູງເພື່ອສ້າງຄວາມສະດວກແລະຄວາມຜາສຸກໃຫ້ກັບພວກເພິ່ນ, ຕົວຢ່າງເຊັ່ນ: ເຂດຊຸມຊົນເຟີ້ງສຽງ ແລະ ເຂດຊຸມຊົນໄຫ້ຖັງ.

ສອງເຂດເຫຼົ່ານີ້ລວ້ນແຕ່ເປັນເຂດຊຸມຊົນທີ່ໄດ້ເຕົ້າໂຮມເອົາຜູ້ອາຍຸສູງທີ່ມີອາຍຸ 60 ປີຂຶ້ນໄປມາດໍາລົງຊີວິດແບບຢູ່ໃກ້ຄຽງກັນ, ສ່ວນດ້ານເຮືອນຢູ່ໄດ້ສະໝອງເຄື່ອງເຟີນິເຈີແລະເຄື່ອງໃຊ້ໄຟຟ້າໃຫ້ຄົບຊຸດ. ຢູ່ພາຍໃນເຂດຊຸມຊົນມີພື້ນຖານໂຄງລ່າງທີ່ຄົບຖວ້ນແລະເຂົ້າເຖິງໄດ້ງ່າຍ ເຊັ່ນ: ໂຮງໝໍ, ຕະຫຼາດສົດ, ໂຮງອາຫານ, ຮ້ານຊັບພະສິນຄ້າ ສະຖານທີ່ອອກກໍາລັງກາຍ ແລະອື່ນໆ. ນອກນັ້ນ, ຍັງມີເດີ່ນນ້ອຍຢູ່ອ້ອມແອ້ມເຮືອນທີ່ສາມາດປູກຜັກແລະໝາກໄມ້ຊະນິດຕ່າງໆໄດ້. ຜູ້ອາຍຸສູງທີ່ດໍາລົງຊີວິດຢູ່ທີ່ແຫ່ງນີ້ແມ່ນສາມາດໃຊ້ຊີວິດແບບລຽບງ່າຍ ສະດວກສະບາຍແບບຄົນໃນຄອບຄົວດຽວກັນ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ສິ່ງນີ້ໄດ້ຊ່ວຍແກ້ໄຂບັນຫາກໍຄືພາລະລ້ຽງດູຜູ້ເຖົ້າຂອງຜູ້ເປັນລູກຫຼານ ແລະ ສ້າງຄວາມຜາສຸກໃຫ້ກັບຜູ້ອາຍຸສູງຕື່ມອີກ.

Share this story on

Messenger Pinterest LinkedIn