ພາສາລາວ

ອຸນຫະພູມສະເລ່ຍທົ່ວໂລກສ້າງສະຖິຕິໃໝ່ 3 ເທື່ອພາຍໃນ 4 ວັນ

CRI2023-07-09 11:35:39
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ຫຼາຍແຫ່ງຂອງໂລກປະສົບອາກາດຮ້ອນທີ່ສຸດ. ການຄົ້ນຄວ້າສະແດງໃຫ້ເຫັນວ່າ: ພາຍໃນເວລາ 4 ວັນ ເຊິ່ງນັບແຕ່ວັນທີ 3 ກໍລະກົດນີ້ເປັນຕົ້ນມາ, ອຸນຫະພູມສະເລ່ຍທົ່ວໂລກໄດ້ສ້າງສະຖິຕິໃໝ່ 3 ເທື່ອແລ້ວ. ຫຼັງຈາກອຸນຫະພູມສະເລ່ຍທົ່ວໂລກໃນວັນທີ 3 ແລະທີ 4 ກໍລະກົດນີ້ສ້າງລະດັບສູງສຸດໃນປະຫວັດສາດຢ່າງລຽນຕິດ ແລະ ວັນທີ 5 ເທົ່າກັບວັນທີ 4 ແລ້ວອຸນຫະພູມສະເລ່ຍທົ່ວໂລກໃນວັນທີ 6 ກໍລະກົດນີ້ໄດ້ສ້າງສະຖິຕິໃໝ່ອີກເທື່ອໜຶ່ງ.

ນັກວິທະຍາສາດປາກົດເຫັນວ່າ: ເບິ່ງຈາກອຸນຫະພູມອາກາດ ແລະ ອຸນຫະພູມໜ້ານ້ຳທະເລແລ້ວເຫັນວ່າ, ໃນເດືອນມິຖຸນາທີ່ຫາກໍ່ຜ່ານໄປນັ້ນແມ່ນເດືອນມິຖຸນາທີ່ຮ້ອນທີ່ສຸດນັບແຕ່ມບົດບັນທຶກໄວ້ເປັນຕົ້ນມາ.

123全文 3 下一页

Share this story on

Messenger Pinterest LinkedIn