ພາສາລາວ

ໂຕໜັງສືຈີນ 8 ຄໍາທີ່ມີຄວາມເປັນສິລິມຸງຄຸນ

CRI2023-01-21 07:28:45
Share
Share this with Close
Messenger Pinterest LinkedIn

ບຸນປີໃໝ່ຕາມຈັນທະຄະຕິຈີນ ຫຼື ບຸນກຸດຈີນ ເປັນບຸນປະເພນີຂອງຈີນໃກ້ຈະໝູນວຽນມາເຖິງແລ້ວ. ໃນວັນບຸນແຫ່ງຄວາມມ່ວນຊື່ນຄຶກຄື້ນນີ້, ຄົນທັງຫຼາຍມັກຈະອວຍໄຊໃຫ້ພອນເຊິ່ງກັນແລະກັນ, ປາຖະໜາໃຫ້ມີໂຊກມີລາບ ແລະ ມີຄວາມລາບລື່ນໃນຕະຫຼອດປີໃໝ່ທີ່ຈະໝູນວຽນມາເຖິງ. ເນື່ອງໃນໂອກາດອັນເປັນສິລິມຸງຄຸນນີ້, CRI-FM93 ຂໍມອບໂຕໜັງສືຈີນ 8 ຄໍາທີ່ມີຄວາມເປັນສິລິມຸງຄຸນແດ່ປະຊາຊົນລາວບັນດາເຜົ່າ, ຂໍອວຍພອນໃຫ້ບັນດາທ່ານຈົ່ງມີຄວາມສຸກກາຍສະບາຍໃຈ, ສົມຫວັງທຸກປະການຕາມໃຈໝາຍ! ສຸກສັນບຸນປີໃໝ່ຈີນ, ຊິ໋ນໜຽນຄວ້າຍເລີ້!

ຄໍານີ້ມີຄວາມໝາຍວ່າ"ສິລິມຸງຄຸນ"ມັກໃຊ້ໃນຄໍາສັບເຊັ່ນ:吉祥如意(ຈີສ໋ຽງຢູຢີ້),ເຊິ່ງໝາຍເຖິງ“ຄວາມມີສິລິມຸງຄຸນແລະສົມປາຖະໜາ”

ຄໍານີ້ມີຄວາມໝາຍວ່າ"ຄວາມສຸກ"ມັກໃຊ້ໃນຄໍາສັບເຊັ່ນ:福禄双全(ຝູລູ້ຊວງສວນ),ເຊິ່ງໝາຍເຖິງ“ມີຄວາມສຸກກັບໂຊກລາບແລະເງິນຄໍາ”

ຄໍານີ້ມີຄວາມໝາຍວ່າ"ລາບລື່ນ"ມັກໃຊ້ໃນຄໍາສັບເຊັ່ນ:六六大顺(ລິິ້ວໆຕ້າຊຸ້ນ),ເຊິ່ງໝາຍເຖິງ“ມີຄວາມລາບລື່ນທຸກປະການ”

123全文 3 下一页

Share this story on

Messenger Pinterest LinkedIn