ພາສາລາວ

ສູນອາຊີອາຟຣິກາຂອງວິທະຍຸໂທລະພາບສູງກາງຈີນຈັດກິດຈະກຳແຂ່ງຂັນຫົວຄິດປະດິດສ້າງກ່ຽວກັບເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັງດຸງ

CRI2022-11-19 13:05:07
Share
Share this with Close
Messenger Pinterest LinkedIn

ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມG20 ຢູ່ເກາະບາຫຼີປະເທດອິນໂດເນເຊຍ, ສູນອາຊີອາຟຣິກາຂອງວິທະຍຸໂທລະພາບສູງກາງຈີນໄດ້ຈັດກິດຈະກຳຫົວຄິດປະດິດສ້າງດ້ວຍລວດລາຍນິ້ວມື ໂດຍຖື ລົດໄຟຄວາມໄວສູງຈາກາຕາ-ບັງດຸງເປັນຫົວຂໍ້ຫຼັກ. ນັບມາຮອດວັນທີ 17 ພະຈິກນີ້, ກິດຈຕະກຳດັ່ງກ່າວໄດ້ມີຜູ້ຊົມເຖິງ 400 ລ້ານກວ່າເທື່ອຄົນໃນເວທີtiktok, ເຟັສບຸກ ແລະອື່ນໆ. ປັດຈຸບັນນີ້, ກິດຈະກຳດັ່ງກ່າວຍັງພວມດຳເນີນຢ່າງຟົດຟື້ນຢູ່.

ນອກນີ້, ໃນກິດຈະກຳຍັງໄດ້ຮ່ວມມືກັບໄອໂດທາງອິນເຕີເນັດຫຼາຍພາສາ, ເຮັດໃຫ້ກິດຈະກຳດັ່ງກ່າວໄດ້ປົກຄຸມຫຼາຍປະເທດຂອງອາຊີ ແລະ ອາຟຣິກາ, ຜູ້ປະດິດສ້າງຈາກ 10 ກວ່າປະເທດ ເຊັ່ນ: ຍີ່ປຸ່ນ, ສ.ເກົາຫຼີ, ມຽນມາ, ອິນໂດເນເຊຍ, ມະເລເຊຍ ແລະ ອື່ນໆໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ.

Share this story on

Messenger Pinterest LinkedIn