ພາສາລາວ

ເມືອງຕ່ານໂຈ່ວແຂວງໄຫຫຼໍາຈາກຫາດຊາຍກາຍເປັນດິນດອນສີຂຽວ

CRI2022-11-10 16:17:25
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ຢູ່ດິນບໍລິເວນນໍ້າໂຮງເກືອ ຊິນຢີງ ເມືອງຕ່ານໂຈ່ວແຂວງໄຫຫຼໍາຂອງຈີນ, ປ່າໄມ້ແດງທີ່ປູກຢູ່ແຄມທະເລໄດ້ເຕີບໃຫຍ່ຂຶ້ນ ໂດຍໄດ້ດຶງດູດຝູງນົກນໍ້າບິນຜ່ານແລະຊອກຫາກິນຢູ່ບໍລິເວນນີ້ເປັນຈໍານວນຫຼວງຫຼາຍ. ໃນຫຼາຍປີມໍ່ໆມານີ້, ເພື່ອປັບປຸງຄຸນນະພາບຂອງສະພາບແວດລ້ອມກໍຄືປົກປັກຮັກສາທີ່ຢູ່ອາໄສຂອງນົກ, ເຈົ້າໜ້າທີ່ທ້ອງຖິ່ນໄດ້ດໍາເນີນໂຄງການປູກໄມ້ສ້າງປ່າ ໂດຍໄດ້ຫັນປ່ຽນຫາດຊາຍທີ່ຖືກຈັດສັນເປັນດິນລ້ຽງສັດໃນແຜນເດີມໃຫ້ກາຍເປັນດິນດອນສີຂຽວ ເຊິ່ງໄດ້ດຶງດູດສັດປະເພດຕ່າງໆເປັນຕົ້ນແມ່ນ ນົກນໍ້າ, ປູ ແລະອື່ນໆເຂົ້າມາອາໄສຢູ່ບໍລິເວນນີ້, ເຮັດໃຫ້ຊີວະນານາພັນຂອງດິນບໍລິເວນນໍ້ານັບມື້ນັບມີຄວາມອຸດົມສົນບູນຫຼາຍຂຶ້ນ.

Share this story on

Messenger Pinterest LinkedIn