ພາສາລາວ

ລະດູໜາວເລີ່ມຕົ້ນ: 1 ໃນ 24 ຈຸດແບ່ງລະດູການ

cri2022-11-07 15:25:51
Share
Share this with Close
Messenger Pinterest LinkedIn

ວັນທີ 7 ພະຈິກນີ້ ກົງກັບຈຸດ “ລະດູໜາວເລີ່ມຕົ້ນ” ເຊິ່ງເປັນໜຶ່ງໃນ 24 ຈຸດ ແບ່ງລະດູການຕາມປະຕິທິນຂອງຈີນ. “ລະດູໜາວເລີ່ມຕົ້ນ” ແມ່ນຈຸດແບ່ງລະດູການຈຸດທຳອິດຂອງລະດູໜາວ, “ລະດູໜາວເລີ່ມຕົ້ນ” ເປັນສັນຍະລັກການປ່ຽນແປງຂອງຊີວະພູມອາກາດທີ່ສັບພະສິ່ງ ແລະອາກາດມີການປ່ຽນແປງ ຄື: ອາກາດເລີ່ມໜາວເຢັນ, ທຸກສິ່ງທຸກຢ່າງໃນທຳມະຊາດເລີ່ມຜັກຜ່ອນ, ທັງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຫວັງອັນດີງາມທີ່ສະສົມພະລັງແຮງ ແລະມຸ່ງໜ້າໄປສູ່ອະນາຄົດທີ່ດີ. ໃນມື້ທີ່ “ລະດູໜາວເລີ່ມຕົ້ນ” ມີປະເພນີທີ່ກິນອາຫານພິເສດ, ຢູ່ພາກເໜືອຂອງຈີນ, ຫຼາຍຄອບຄົວມັກກິນກ້ຽວ. ຫຼັງຈາກ “ລະດູໜາວເລີ່ມຕົ້ນ”, ວຽກງານດ້ານກະສິກຳຢູ່ພາກເໜືອຂອງຈີນກໍບໍ່ຫຼາຍຄືລະດູໃບໄມ້ບົ່ງ, ລະດູຮ້ອນ ແລະລະດູໃບໄມ້ຫຼົ່ນແລ້ວ, ແຕ່ວ່າ, ສຳລັບຊາວກະສິກອນຢູ່ພາກໃຕ້ຂອງຈີນ, ຍັງສືບຕໍ່ປູກຜັກ ແລະໝາກໄມ້ປະເພດຕ່າງໆໂດຍອີງຕາມເງື່ອນໄຂດ້ານດິນຟ້າອາກາດທີ່ດີລື່ນໝູ່.

Share this story on

Messenger Pinterest LinkedIn