ພາສາລາວ

ໂຊກດີປຸຍຫິມະ, ພົບກັນໃໝ່!——ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເອົາຫຍັງມາໃຫ້ພວກເຮົາ? (ບົດທີ 2) ນ້ຳໃຈທີ່ລ້ຳຄ່າທີ່ສຸດຄື ໂລກເປັນອັນໜຶ່ງອັນດຽວກັນ ເປັນຄອບຄົວດຽວກັນ

cri2022-03-08 17:29:08
Share
Share this with Close
Messenger Pinterest LinkedIn

ເມື່ອ 2000 ກວ່າປີກ່ອນ, ຈີນກໍ່ໄດ້ສະເໜີແນວຄິດ“ໂລກເປັນອັນໜຶ່ງອັນດຽວກັນ ເປັນຄອບຄົວດຽວກັນ”, ໝາຍຄວາມວ່າ ຄົນຢູ່ໃນໂລກນີ້, ຢູ່ຮ່ວມກັນຢ່າງຖືກຕ້ອງປອງດອງກັນ, ເໝືອນດັ່ງຢູ່ໃນຄອບຄົວດຽວກັນ, ນີ້ແມ່ນເນື້ອໃນທີ່ສຳຄັນໃນວັດທະນະທຳອັນເປັນມູນເຊື້ອຂອງຈີນ, ຍັງແມ່ນໂລກອັນດີງາມທີ່ປະຊາຊາດຈີນມຸ່ງຫວັງໃນຫຼາຍພັນປີມານີ້. ໃນເວລາທ່ານສີຈິ້ນຜິງ ປະທານປະເທດຈີນກ່າວຄຳອວຍພອນປີໃໝ່ 2021, ທ່ານໄດ້ລະບຸວ່າ:“ກ້າວໄປໜ້າຕາມເສັ້ນທາງຮ່ວມກັນ, ທົ່ວໂລກແມ່ນວົງຄະນາຍາດດຽວກັນ. ພາຍຫຼັງໄດ້ປະສົບຄວາມຫຍຸ້ງຍາກເປັນເວລາ 1 ປີມານີ້, ພວກເຮົາໄດ້ມີຄວາມເຂົ້າໃຈທີ່ເລິກເຊິ່ງກວ່າທຸກເວລາຕໍ່ຄວາມໝາຍຂອງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.”

ງານກິລາໂອລິມປິກລະດູໜາວປັກກິ່ງທີ່ໄດ້ຈັດຂຶ້ນພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ຈາກພິທີເປີດ ແລະປິດ ຈົນຮອດສະໜາມກິລາແຂ່ງຂັນ, ຈາກການອອກແບບຫຼຽນລາງວັນ ຈົນຮອດການກໍ່ສ້າງສະໜາມກິລາ ລ້ວນແຕ່ໄດ້ສະແດງໃຫ້ທົ່ວໂລກເຫັນແນວຄິດອັນດີງາມດັ່ງກ່າວ. ຄຽງຄູ່ກັນນີ້, ກໍແມ່ນນ້ຳໃຈທີ່ລ້ຳຄ່າທີ່ສຸດຂອງງານກິລາໂອລິມປິກລະດູໜາວປັກກິ່ງທີ່ເອົາໃຫ້ໂລກ.

ວັນທີ 16 ກຸມພານີ້, ໃນການແຂ່ງຂັນຊີງແຊມໂລກລີລາເທິງເວຫາຂອງສະກີຟຣີສະໄຕເພດຊາຍ, ທ້າວໂອເລັກຊັນ ອາບຣາເມນໂຄ ນັກກິລາອູແກຣນຍາດໄດ້ຫຼຽນເງິນ ແລະທ້າວອິເລຍ ບູຣົບ ນັກກິລາຄະນະກຳມະການໂອລິມປິກຣັດເຊຍໄດ້ຮັບຫຼຽນທອງ. ຜ່ານການແຂ່ງຂັນເປັນເວລາຫຼາຍປີ, ສອງຄົນນີ້ທັງເປັນຄູ່ແຂ່ງຂັນທັງເປັນໝູ່ເພື່ອນ, ຫຼັງຈາກການແຂ່ງຂັນໄດ້ສິ້ນສຸດລົງແລ້ວ, ເຂົາເຈົ້າໄດ້ຕົບມືກັນ ແລະກອດກັນ ເພື່ອແບ່ງປັນຄວາມມ່ວນຊື່ນ. ການພົວພັນລະຫວ່າງຣັດເຊຍ ແລະອູແກຣນໃນຄາວນີ້ໄດ້ເຄັ່ງຮ້ອນຫຼາຍ, ແຕ່ທັງນີ້ບໍ່ໄດ້ກີດຂວາງໃຫ້ສອງຄົນສະແດງຄວາມອົບອຸ່ນໃຫ້ກັນແລະກັນ. ນັກກິລາສອງຄົນກອດກັນຢ່າງອົບອຸ່ນໄດ້ສະແດງໃຫ້ເຫັນເຖິງນ້ຳໃຈກິລາທີ່ແທ້ຈິງ ແລະໄດ້ສ່ອງແສງໃຫ້ເຫັນເຖິງແນວຄິດປະຊາຊາດຈີນທີ່ວ່າ “ໂລກເປັນອັນໜຶ່ງອັນດຽວກັນ ເປັນຄອບຄົວດຽວກັນ” ທີ່ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເຜີຍແຜ່ໄປສູ່ທົ່ວໂລກ.

ຖືຄວາມປອງດອງກັນເປັນສິ່ງທີ່ສຳຄັນ, ມິດຕະພາບເປັນອັນດັບໜຶ່ງ. ຄູ່ແຂ່ງຂັນບໍ່ເຫັນແຕ່ຄວາມໄດ້ຄວາມເສຍ, ກອດກັນ ແລະຈັບມືກັນຢ່າງອົບອຸ່ນ, ກໍລະນີແບບນີ້ໄດ້ເກີດຂຶ້ນໃນງານກິລາໂອລິມປິກລະດູໜາວປັກກິ່ງເລື້ອຍໆ.

ພາຍຫຼັງນາງສຸຍເມິ້ງທາວ ນັກກິລາຈີນຍາດໄດ້ຫຼຽນຄຳໃນການແຂ່ງຂັນລີລາເທິງເວຫາຂອງສະກີຟຣີສະໄຕເພດຍິງໃນງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ແລ້ວ, ນາງອາສເລ ຄອັດແວວ ນັກກິລາອາເມຣິກາທີ່ເປັນຄູ່ແຂ່ງຂັນໄດ້ກອດນາງສຸຍເມິ້ງທາວດ້ວຍຄວາມອົບອຸ່ນໃນທັນທີ ແລະໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈວ່າ: “ທາວໆ, ເຈົ້າຄວ້າແຊັມໃນງານກິລາໂອລິມປິກລະດູໜາວໄດ້ສຳເລັດຜົນແລ້ວ! ຂ້ອຍຮູ້ສຶກພາກພູມໃຈນຳເຈົ້າທີ່ສຸດ!”

ໃນການແຂ່ງຂັນຊີງແຊັມລານສະກີໂດດປະເພດຟຣີສະໄຕເພດຍິງໃນງານກິລາໂອລິມປິກລະດູໜາວປັກກິ່ງ, ນາງກູໄອ້ລີງ ນັກກິລາຈີນຄວ້າແຊມໄດ້ໃນທີ່ສຸດ, ເມື່ອນາງໄດ້ເຫັນນາງເທສ ເລເດິກ ນັກກິລາຝຣັ່ງທີ່ຍາດໄດ້ຫຼຽນເງິນເສຍໃຈຈົນນ້ຳຕາອອກ, ນາງກູໄອ້ລີງໄດ້ໄປຫານາງເທສໃນທັນທີ, ແລ້ວກອດນາງເທສດ້ວຍຄວາມອົບອຸ່ນທີ່ສຸດ.

ນອກນີ້, ແນວຄິດການອອກແບບຕ່າງໆໃນງານກິລາໂອລິມປິກລະດູໜາວປັກກິ່ງກໍໄດ້ສະແດງໃຫ້ເຫັນຈິດໃຈ“ໂລກເປັນຄອບຄົວດຽວກັນ”ຢ່າງເຕັມທີ່.

123全文 3 下一页

Share this story on

Messenger Pinterest LinkedIn