ພາສາລາວ

ຮູບແຕ້ມບຸນກຸດຈີນທີ່ສະທ້ອນໃຫ້ເຫັນງານກິລາໂອລິມປິກລະດູໜາວ

cri2022-02-11 17:06:00
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ຜູ້ສືບທອດມໍລະດົກດ້ານສິລະປະຂອງໂຮງແຕ້ມຮູບຢາງຫຼີວຊິ່ງຂອງນະຄອນທຽນສິນຈີນໄດ້ແຕ້ມຮູບບຸນກຸດຈີນໃນຫົວຂໍ້ງານກິລາໂອລິມປິກລະດູໜາວຫຼາຍແຜ່ນ. ພວກເຂົາເຈົ້າໄດ້ປະສົມປະສານສີມືແຕ້ມຮູບຂອງຕົນກັບບັນຍາກາດງານກິລາໂອລິມປິກລະດູໜາວເພື່ອສະທ້ອນໃຫ້ເຫັນຈິດໃຈໂອລິມປິກ.

ຮູບແຕ້ມຢູ່ເທິງແຜ່ນໄມ້ຂອງໂຮງແຕ້ມຮູບຢາງຫຼີວຊິ່ງນະຄອນທຽນສິນເກີດຂຶ້ນໃນໄລຍະທ້າຍລາຊະວົງໝິງແລະຕົ້ນລາຊະວົງຊິ່ງ,ໄດ້ຈົດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳລະດັບຊາດຂອງຈີນຊຸດທຳອິດໃນປີ 2006. ໃນໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງ,ໂຮງແຕ້ມຮູບຢາງຫຼີວຊິ່ງຂອງນະຄອນທຽນສິນຍັງໄດ້ດຶງດູດຊາວໜຸ່ມໃຫ້ມາສົນໃຈແລະຮັບຮູ້ກິລາໂອລິມປິກລະດູໜາວແລະມໍລະດົກວັດທະນະທຳນາມມະທຳໂດຍຜ່ານການວາງສະແດງຜົນງານຮູບແຕ້ມໂອລິມປິກລະດູໜາວແລະໃຫ້ຊາວໜຸ່ມມີສ່ວນຮ່ວມໃນການແຕ້ມຮູບກ່ຽວກັບງານກິລາໂອລິມປິກລະດູໜາວແລະກິດຈະກຳອື່ນໆ.

123全文 3 下一页

Share this story on

Messenger Pinterest LinkedIn