ພາສາລາວ

ເປັນຫຍັງສັດນໍາໂຊກ“ປີ່ງຕຸ່ນຕຸ່ນ” ຈຶ່ງໄດ້ຮັບຄວາມນິຍົມທີ່ສຸດຈາກຄົນທັງຫຼາຍ?

cri2022-02-09 12:07:14
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້,ສັດນຳໂຊກ“ປີ່ງຕຸ່ນຕຸ່ນ” ທີ່ເປັນຮູບໝີແພນດາສຳລັບ ງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຈົນຫາຊື້ໄດ້ຍາກ. ຕໍ່ກັບເລື່ອງນີ້, ໂຄສົກຄະນະກໍາມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ໃຫ້ຄໍາຕອບວ່າ: ກໍາລັງປະສານງານກັບຝ່າຍຕ່າງໆທີ່ກ່ຽວຂ້ອງ ເພື່ອເພີ່ມການຜະລິດ ສັດນຳໂຊກ“ປີ່ງຕຸ່ນຕຸ່ນ”. ເປັນຫຍັງ“ປີ່ງຕຸ່ນຕຸ່ນ”ຈຶ່ງໄດ້ຮັບຄວາມນິຍົມຈາກຄົນທັງຫຼາຍ?

“ປີ່ງ”ໃນພາສາຈີນໝາຍຄວາມວ່າ ນໍ້າກ້ອນ, ເປັນສັນຍາລັກແຫ່ງຄວາມບໍລິສຸດ ແລະຄວາມເດັດດ່ຽວ ເຊິ່ງກໍເປັນເອກະລັກຂອງງານກິລາໂອລິມປິກລະດູໜາວ. “ຕຸ່ນຕຸ່ນ”ໝາຍເຖິງຄວາມແຂງແຮງ, ເປັນສັນຍາລັກຂອງຮ່າງກາຍທີ່ແຂງແຮງ ແລະຈິດໃຈອົດທົນໜຽວແໜ້ນຂອງນັກກິລາໂອລິມປິກລະດູໜາວ ທັງເປັນສັນຍາລັກແຫ່ງຈິດໃຈໂອລິມປິກທີ່ສ້າງກຳລັງໃຈໃຫ້ຄົນທັງຫຼາຍ.

“ປີ່ງຕຸ່ນຕຸ່ນ”ໃສ່ຊຸດນໍ້າກ້ອນ ເຊິ່ງອອກແບບມາຈາກອາຫານພື້ນເມືອງຊະນິດໜຶ່ງຂອງປັກກິ່ງ ຄື ໝາກໄມ້ເຄືອບນໍ້າຕານ. ໝວກຂອງ“ປີ່ງຕຸ່ນຕຸ່ນ” ແມ່ນອອກແບບມາຈາກໝວກກັນກະທົບສໍາລັບນັກກິລາຫິມະ ແລະນ້ຳກ້ອນ. ຮູບວົງມົນຫຼາຍສີອ້ອມໃບໜ້າ “ປີ່ງຕຸ່ນຕຸ່ນ”ແມ່ນອອກແບບມາຈາກສະໜາມກິລາສະກີຄວາມໄວແຫ່ງຊາດຈີນ.

ກ່ອນອອກແບບ“ປີ່ງຕຸ່ນຕຸ່ນ”, ນັກອອກແບບຍັງໄດ້ໄປສັງເກດເບິ່ງທ່າຍ່າງຂອງໝີແພນດາ ແລະຈຶ່ງໄດ້ອອກແບບ“ປີ່ງຕຸ່ນຕຸ່ນ”ໃຫ້ຄືໝີແພນດາທີ່ສຸດ ທີ່ໜ້າຮັກພິເສດ.

ນອກນີ້, “ປີ່ງຕຸ່ນຕຸ່ນ” ຍັງໄດ້ສະແດງໃຫ້ເຫັນເຖິງຄວາມນິຍົມທີ່ໄຮ້ພົມແດນ. ເມື່ອສົມເດັດ ອານເບີດ ອາເລັກຊານເດີ ຫລຸຍ ປີແອ ກຣີມັນດີ ຂອງໂມນາໂກ ໄດ້ຮັບຮູບປັ້ນ“ປີ່ງຕຸ່ນຕຸ່ນ”ທີ່ເຮັດດ້ວຍແປ້ງໂຕໜຶ່ງແລ້ວ ພະອົງຍັງຮ້ອງຂໍໃຫ້ພະນັກງານເຮັດໃຫ້ພະອົງອີກໂຕໜຶ່ງ. ທ້າວຫຼີວຊ້າວຫຼີນ, ນັກກິລາສະເກັດຈາກຮົງກາຣີ ໄດ້ຮັບຕຸກກະຕາ“ປີ່ງຕຸ່ນຕຸ່ນ”ໂຕໜຶ່ງຍ້ອນລາວຍາດໄດ້ຫຼຽນທອງໃນການແຂ່ງຂັນ ແລະເວົ້າວ່າ: ຂ້ອຍມີນ້ອງສາວຄົນໜຶ່ງທີ່ອາຍຸໄດ້ 3 ປີ, ສະນັ້ນ, ຂ້ອຍຢາກໄດ້ຫຼຽນອີກຫຼຽນໜຶ່ງ ເພື່ອໄດ້“ປີ່ງຕຸ່ນຕຸ່ນ”ອີກ. ໂຕນີ້ຂ້ອຍຈະໃຫ້ຕົນເອງ.ນາງ ນາຕາລີ ຕາສເລໂຣວາ, ນັກກິລາສະເກັດຈາກປະເທດເຊັກ ຮູ້ສຶກຕື່ນເຕັ້ນດີໃຈເກືອບຈະຮ້ອງໄຫ້ ເມື່ອໄດ້ຮັບຕຸກກະຕາ“ປີ່ງຕຸ່ນຕຸ່ນ”.

ສັດນຳໂຊກ“ປີ່ງຕຸ່ນຕຸ່ນ” ເປັນຕົວແທນພາບພົດຂອງຈີນ, ເປັນຜົນງານຂອງປະຊາຊົນຈີນ ທັງເປັນການປະສານສົມທົບລະຫວ່າງວັດທະນະທຳຈີນ ກັບໂອລິມປິກ. ນີ້ເປັນຂອງຂວັນທີ່ລ້ຳຄ່າ ທີ່ຄະນະກຳມະງານຈັດການກິລາໂອລິມປິກລະດູໜາວປັກກິ່ງ ແລະປະເທດຈີນ ມອບໃຫ້ກິລາໂອລິມປິກ ກໍຄືໃຫ້ກັບໂລກ.

Share this story on

Messenger Pinterest LinkedIn