ພາສາລາວ

ຜູ້ກຳກັບການສະແດງໃນພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງກ່າວວ່າ: ວິທີໄຕ້ທວນໄຟ “ເຫັນໃບໄມ້ໃບໜຶ່ງແລ້ວກໍຮູ້ໂລດວ່າແມ່ນລະດູໃບໄມ້ປົ່ງ”

cri2022-02-07 14:40:21
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 4 ກຸມພານີ້, ພິທີໄຕ້ທວນໄຟສຳລັບງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເຮັດໃຫ້ທົ່ວໂລກຮູ້ສຶກແປກໃຈທີ່ສຸດ. ຄະນະຜູ້ກຳກັບການສະແດງໃນພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງທີ່ນຳໂດຍທ່ານຈ່າງຢີ້ໂມວໄດ້ໃຊ້ວິທີ “ບໍ່ໄຕ້ທວນໄຟ” ແທນ “ພິທີໄຕ້ທວນໄຟ”, ໃຊ້ “ທວນໄຟນ້ອຍ” ແທນການໄຕ້ທວນໄຟໃນອ່າງໄຟໃຫຍ່ທີ່ເຄີຍປະຕິບັດມາຈົນເປັນມູນເຊື້ອໃນປະຫວັດສາດຂອງງານກິລາໂອລິມປິກ, ນີ້ກໍ່ເພື່ອສະທ້ອນໃຫ້ເຫັນແນວຄວາມຄິດການຈັດງານກິລາໂອລິມປິກແບບສີຂຽນແລະປ່ອຍກາກບອນຕ່ຳ, ໄດ້ບັນລຸການປະດິດສ້າງໃໝ່ດ້ານການໄຕ້ທວນໄຟໃນປະຫວັດສາດຂອງງານກິລາໂອລິມປິກ.

ວິທີໄຕ້ທວນໄຟຫຼັກເທື່ອນີ້ພຽງແຕ່ “ເຫັນໃບໄມ້ໃບໜຶ່ງແລ້ວກໍຮູ້ໂລດວ່ານັ້ນຄືລະດູໃບໄມ້ປົ່ງ”, ທວນໄຟນ້ອຍທີ່ສາມາດຖືດ້ວຍມືແລະແປວໄຟນ້ອຍໆພັດໄດ້ເຮັດໃຫ້ຄົນທັງຫຼາຍນຶກເຖິງນ້ຳໃຈໂອລິມປິກທີ່ຍິ່ງໃຫຍ່, ຄວາມຫົງໄຫຼແລະຄວາມໂຣມັນຕິກທີ່ຢູ່ເຕັມຫົວໃຈຂອງມວນມະນຸດ.

Share this story on

Messenger Pinterest LinkedIn