ພາສາລາວ

ງານກິລາໂອລິມປິກລະດູໜາວປັກກິ່ງທີ່ຫຼາກຫຼາຍສີສັນ

cri2022-02-02 16:38:38
Share
Share this with Close
Messenger Pinterest LinkedIn

ໂລກນີ້ແມ່ນປະກອບດ້ວຍຫຼາຍສິ່ງຫຼາຍຢ່າງ, ງານກິລາໂອລິມປິກລະດູໜາວກໍມີຫຼາກຫຼາຍສີສັນເຊັ່ນກັນ. ສ່ວນງານກິລາໂອລິມປິກລະດູໜາວປັກກິ່ງທີ່ມີຫຼາກຫຼາຍສີສັນ, ຈຶ່ງແມ່ນສິ່ງທີ່ພວກເຮົາຕ້ອງສະແຫວງຫາ ແລະເຝົ້າຮັກສາ.

ຕາມປະເພນີຈີນແລ້ວ, ສີແດງໝາຍເຖິງຄວາມເບີກບານມ່ວນຊື່ນ ແລະສິລິມຸງຄຸນ. ໃນໄລຍະສະຫຼອງບຸນກຸດຈີນ, “ສີແດງແບບຈີນ” ໄດ້ເພີ່ມສີສັນໃຫ້ກັບງານກິລາໂອລິມປິກລະດູໜາວປັກກິ່ງ ແລະສົ່ງພອນໄຊອັນປະເສີດໄປຍັງງານມະໂຫລານດັ່ງກ່າວ. ສີຂຽວເປັນສັນຍະລັກແຫ່ງຊີວິດ, ສີຂຽວໝາຍເຖິງສິ່ງແວດລ້ອມທີ່ດີ. ການຈັດງານກິລາໂອລິມປິກລະດູໜາວປັກກິ່ງຕາມແນວຄິດທີ່ວ່າ: “ສີຂຽວ, ຊົມໃຊ້ຮ່ວມກັນ, ເປີດກວ້າງ ແລະປອດໃສໄຮ້ມົນທິນ”, ໃນນັ້ນ, ສີຂຽວແມ່ນຢູ່ໃນອັນດັບທຳອິດ. ງານກິລາໂອລິມປິກລະດູໜາວປັກກິ່ງເປັນງານມະໂຫລານລະດັບໂລກ, ທັງເປັນເວທີທີ່ສະແດງໃຫ້ເຫັນເຖິງເຕັກນິກວິທະຍາສາດທີ່ກ້າວໜ້າເຊັ່ນກັນ. ສ່ວນສີຂາວບໍ່ພຽງແຕ່ໝາຍເຖິງນ້ຳກ້າມ ແລະຫິມະທີ່ຂາວສະອາດ ແລະບໍລິສຸດເທົ່ານັ້ນ, ແຕ່ຍັງເປັນສີພື້ນຂອງທຸງຫ້າຫ່ວງໂອລິມປິກ ເຊິ່ງເປັນສັນຍະລັກແຫ່ງສັນຕິພາບ.

ວັດທະນະທຳ, ປະຫວັດສາດ, ສິລະປະ, ເຕັກນິກວິທະຍາສາດ….ຄວາມສວຍງາມຕ່າງໆນານາຂອງມວນມະນຸດຜັນແປງປ່ຽນແປງໄປຢ່າງມະຫັດສະຈັນ ແລະກາຍເປັນສີສັນຫຼາກຫຼາຍທີ່ຫາອັນປຽບທຽບບໍ່ໄດ້ຂອງງານກິລາໂອລິມປິກລະດູໜາວປັກກິ່ງທີ່ຈະໄຂຂຶ້ນໃນໄວໆນີ້.

Share this story on

Messenger Pinterest LinkedIn