ພາສາລາວ

ນາງກູອ້າຍຫຼີງ ນັກກິລາສະກີຈີນທີ່ທັງງາມທັງເກັ່ງ

cri2022-01-14 15:44:12
Share
Share this with Close
Messenger Pinterest LinkedIn

ນາງກູອ້າຍຫຼີງ (Gu Ailing) ເປັນນັກກິລາຈີນຄົນໜຶ່ງທີ່ມີຄວາມສາມາດສູງ ແລະໄດ້ຮັບຫຼຽນຄຳຫຼາຍຄັ້ງ: ເປັນນັກກິລາຈີນຜູ້ອຳອິດທີ່ໄດ້ຮັບຫຼຽນຄຳໃນງານກິລາສ່ຽງອັນຕະລາຍ ຫຼື X Games ລະດັບໂລກ; ເປັນນັກກິລາຈີນຜູ້ທຳອິດທີ່ໄດ້ຮັບຫຼຽນຄຳໃນການເຂົ້າຮ່ວມການແຂ່ງຂັນສະກີລີລາໃນລາຍການຟຣີສະໄຕຢູ່ສະໜາມຮູບໂຕ U ຂອງງານກິລາ X Games ເປັນຄັ້ງທຳອິດ; ເປັນນັກກິລາຈີນຜູ້ທຳອິດທີ່ໄດ້ຮັບ 2 ຫຼຽນຄຳໃນການເຂົ້າຮ່ວມງານກິລາ X Games ລະດູໜາວເປັນຄັ້ງທຳອິດ. ນອກນີ້, ນາງກູອ້າຍຫຼີງຍັງເປັນຜູ້ທີ່ຮຽນເກັ່ງ ເຊິ່ງໄດ້ຄະແນນສູງໃນການເສັງ SAT ຫຼືການສອບເສັງເພື່ອປະເມີນຄວາມຮູ້ຂອງນັກຮຽນມັດທະຍົມ ແລະໄດ້ເສັງເຂົ້າມະຫາວິທະຍາໄລສະແຕນຟອດອາເມຣິກາ.

ນາງກູອ້າຍຫຼີງ ເກີດໃນເດືອນກັນຍາ ປີ 2003 , ເປັນລູກຊອດຈີນ ກັບອາເມຣິກາ ເຊິ່ງພໍ່ເປັນຄົນອາເມຣິກາ ແລະແມ່ເປັນຄົນຈີນ. ໃນເວລາທີ່ນາງ ກູອ້າຍຫຼີງມີອາຍຸໄດ້ພຽງ 3 ປີ, ແມ່ຂອງລາວ ທີ່ເປັນຄູຝຶກສະກີບາງເວລາ ໄດ້ພານາງກູອ້າຍຫຼີງໄປຫຼິ້ນຢູ່ສະໜາມສະກີເລື້ອຍໆ. ໃນເວລາທີ່ນາງກູອ້າຍຫຼີງມີອາຍຸ 8 ປີ, ຄູຝຶກມືອາຊີບທີ່ກຳລັງຝຶກຊ້ອມຢູ່ສະໜາມສະກີນັ້ນ ໄດ້ສັງເກດເຫັນພອນສະຫວັນຂອງນາງກູອ້າຍຫຼີງ ແລະໄດ້ເຊີນລາວເຂົ້າເປັນສະມາຊິກຂອງທິມສະກີ. ຫຼັງຈາກນັ້ນ, ນາງກູອ້າຍຫຼີງໄດ້ເລີ່ມເປັນນັກກິລາສະກີຢ່າງເປັນທາງການແລ້ວ.

ຍ້ອນມີພອນສະຫວັນ ແລະມີຄວາມພະຍາຍາມຫຼາຍກວ່າຄົນອື່ນ, ປັດຈຸບັນ, ນາງກູອ້າຍຫຼີງໄດ້ຮັບຫຼຽນຄຳຫຼາຍກວ່າ 50 ຫຼຽນແລ້ວ. ງານກິລາໂອລິມປິກລະດູໜາວປັກກິ່ງ 2022 ໃກ້ຈະໄຂຂຶ້ນແລ້ວ, ນາງກູອ້າຍຫຼີງຈະເຂົ້າຮ່ວມການແຂ່ງຂັນສະກີຟຣີສະໄຕ 3 ລາຍການ ຄື: ລານສະກີໂດດ, ສະກີລີລາຢູ່ສະໜາມຮູບໂຕ U ແລະສະກີຫຼົບຫຼີກສິ່ງກີດຂວາງຢູ່ເທິງຄ້ອຍ. ນາງກູອ້າຍຫຼີງກ່າວວ່າ: “ຂ້າພະເຈົ້າມັກກິລາປະເພດນີ້ຫຼາຍ ແລະຫວັງວ່າຈະແບ່ງປັນຄວາມຮັກ ແລະປະສົບການຂອງຕົນໃຫ້ກັບເພື່ອນມິດຊາວຈີນ ກໍຄືຊາວໂລກ ໂດຍຜ່ານງານກິລາໂອລິມປິກລະດູໜາວປັກກິ່ງ. ”

Share this story on

Messenger Pinterest LinkedIn