ພາສາລາວ

ຄວາມໂຣແມັນຕິກແບບຈີນຢູ່ໃນສິລະປະແກະສະຫຼັກນ້ຳກ້ອນ

cri2022-01-11 15:18:03
Share
Share this with Close
Messenger Pinterest LinkedIn

ເມື່ອຮອດຍາມລະດູໜາວ, ປະຊາຊົນທີ່ດຳລົງຊີວິດຢູ່ພາກເໜືອຂອງຈີນມັກເຮັດຮູບແກະສະຫຼັກນ້ຳກ້ອນ ດ້ວຍສີໄມ້ລາຍມືທີ່ປານີດສວຍງາມ ເພື່ອປະດັບປະດາຢູ່ຕາມສວນສາທາລະນະ ແລະຖະໜົນຫົນທາງຕ່າງໆ ເຊິ່ງໄດ້ສ້າງບັນຍາກາດລະດູໜາວໃນຍາມລາຕີທີ່ໂຣແມັນຕິກ ແລະມີສະເໜ່ໃຫ້ກັບຕົວເມືອງ.

ພາກຕາເວັນອອກສຽງເໜືອຂອງຈີນ ເປັນບ່ອນພັດທະນາສິລະປະແກະສະຫຼັກນ້ຳກ້ອນໄດ້ດີທີ່ສຸດຢູ່ປະເທດຈີນ. ໃນນັ້ນ, ງານວາງສະແດງຮູບແກະສະຫຼັກນ້ຳກ້ອນແມ່ນມີຊື່ສຽງໂດ່ງດັງທີ່ສຸດ. ແຕ່ລະປີ ມີນັກທ່ອງທ່ຽວຈຳນວນຫຼວງຫຼາຍໄປທ່ຽວຊົມງານວາງສະແດງດັ່ງກ່າວ ແລະຂະໜາດຂອງງານວາງສະແດງກໍໄດ້ຂະຫຍາຍກວ້າງອອກຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດທີ່ງານກິລາໂອລິມປິກລະດູໜາວປັກກິ່ງໃກ້ຈະຈັດຂຶ້ນ, ຮູບແກະສະຫຼັກນ້ຳກ້ອນກ່ຽວກັບງານກິລາດັ່ງກ່າວ ກໍໄດ້ກາຍເປັນສ່ວນປະກອບທີ່ສຳຄັນຂອງງານວາງສະແດງຮູບແກະສະຫຼັກນ້ຳກ້ອນໃນປີນີ້.

Share this story on

Messenger Pinterest LinkedIn