ພາສາລາວ

ເລື່ອງລາວຂອງສະໜາມກິລານະຄອນຫຼວງທີ່ມີປະຫວັດສາດ 53 ປີ, ການສ້າງ “ລານນ້ຳກ້ອນທີ່ສວຍງາມທີ່ສຸດ” ສຳລັບງານກິລາໂອລິມປິກລະດູໜາວປັກກິ່ງ

cri2021-12-01 14:50:07
Share
Share this with Close
Messenger Pinterest LinkedIn

ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ມີສິ່ງກໍ່ສ້າງຫຼັງໜຶ່ງທີ່ສ້າງຂຶ້ນໃນປີ 1968 ຄື: ສະໜາມກິລານະຄອນຫຼວງ. ສະຖານທີ່ແຫ່ງນີ້ເຄີຍເປັນສັກຂີພິຍານປະຫວັດສາດໃຫ້ກັບ “ສາຍພົວພັນທາງການທູດປິ່ງປ໋ອງ” ລະຫວ່າງຈີນກັບອາເມຣິກາ, ແລະໄດ້ຈັດການແຂ່ງຂັນບານສົ່ງໃນງານກິລາໂອລິມປິກລະດູຮ້ອນປັກກິ່ງໃນປີ 2008. ໃນອະນາຄົດຕໍ່ໜ໊ານີ້ອີກສອງເດືອນ, ການແຂ່ງຂັນສະເກັດຄວາມໄວໄລຍະສັ້ນແລະການແຂ່ງຂັນສະເກັດນ້ຳລີລາຂອງງານກິລາໂອລິມປິກລະດູໜາວປັກກິ່ງກໍຈະຈັດຂຶ້ນຢູ່ສະໜາມກິລາແຫ່ງນີ້, ໂດຍນັກກິລາທັງຫຼາຍຈະຊີງຫຼຽນຄຳ 14 ຫຼຽນ.

ລານນ້ຳກ້ອນແມ່ນສິ່ງສຳຄັນທີ່ສຸດສຳລັບສະໜາມກິລາແຫ່ງນີ້. ລານນ້ຳກ້ອນຢູ່ແຫ່ງນີ້ມີຂະໜາດ 31╳61 ແມັດໂດຍໄດ້ໃຊ້ເຕັກນິກເຮັດນ້ຳກ້ອນດ້ວຍກາກບອນທີ່ທັນສະໄໝທີ່ສຸດແລະອະນຸລັກສິ່ງແວດລ້ອມທີ່ສຸດໃນໂລກ, ຄວາມແຕກຕ່າງກັນດ້ານອຸນຫະພຸມລານແຜ່ນນ້ຳກ້ອນຈະຢູ່ໃນລະດັບ 0.5 ອົງສາ.

ສິ່ງທີ່ໜ້າເວົ້າເຖິງນັ້ນກໍຄື: ໃນຂະບວນການເຮັດນ້ຳກ້ອນຍັງໄດ້ປະຢັດພະລັງງານທັງມີປະສິດທິພາບສູງ. ສະໜາມກິລານະຄອນຫຼວງສາມາດເກັບຄວາມພະລັງຄວາມຮ້ອນແລະນຳມາໃຊ້ຄືນໃນຂະບວນການຜະລິດນ້ຳກ້ອນ, ແຕ່ລະປີຈະສາມາດປະຢັດໄຟຟ້າໄດ້ 1 ລ້ານກວ່າກິລາວັດໂມງ, ໄດ້ຍົກສູງລະດັບການຫັນເປັນພະລັງງານສະອາດຫຼືສີຂຽວຂອງສະໜາມກິລາໄດ້ຢ່າງຫຼວງຫຼາຍ.

Share with:

2021-12-01 14:50:07 cri

ເລື່ອງລາວຂອງສະໜາມກິລານະຄອນຫຼວງທີ່ມີປະຫວັດສາດ 53 ປີ, ການສ້າງ “ລານນ້ຳກ້ອນທີ່ສວຍງາມທີ່ສຸດ” ສຳລັບງານກິລາໂອລິມປິກລະດູໜາວປັກກິ່ງ

Share this story on

Messenger Pinterest LinkedIn