ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15
ວັນທີ 12 ພະຈິກນີ້, ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນຄັ້ງທີ 15 ໄດ້ຈັດຂຶ້ນຢູ່ນະຄອນຈູ່ໄຫ ແຂວງກວາງຕຸ້ງຈີນ. ກິດຈະກຳເທື່ອນີ້ໄດ້ດຶງດູດວິສາຫະກິດ 1,022 ແຫ່ງທີ່ມາຈາກ 47 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ,ໃນນັ້ນນັກທຸລະກິດຕ່າງປະເທດເພີ່ມຂຶ້ນ 104% ເມື່ອທຽບໃສ່ງານວາງສະແດງຄັ້ງຜ່ານມາ, ຣັດເຊຍ, ຝຣັ່ງ, ອາເມຣິກາ, ອາຣັບບີ ຊາອຸດິດ, ອີຕາລີ ແລະ ປະເທດອື່ນໆໄດ້ມາເຂົ້າຮ່ວມງານ,ວິສາຫະກິດການບິນທີ່ມີຊື່ສຽງຢູ່ໃນໂລກຈຳນວນຫຼວງຫຼາຍໄດ້ເລັງສາຍຕາຊອກຫາໂອກາດດ້ານການຕະຫຼາດຢູ່ໃນງານວາງສະແດງການບິນ ແລະ ການບິນອະວະກາດຂອງຈີນຄັ້ງນີ້.
ງານວາງສະແດງຄັ້ງນີ້ໄດ້ຈັດເຂດວາງສະແດງຕ່າງໆ ເຊັ່ນ: ຫໍເສດຖະກິດການບິນຕ່ຳ,ຫໍອຸດສາຫະກຳເຮືອບິນທີ່ໃຊ້ໃນທາງການຄ້າ,ເຂດວາງສະແດງອຸດສາຫະກຳການບິນພົນລະເຮືອນ,ເຂດວາງສະແດງການບິນອະວະກາດທີ່ໃຊ້ໃນທາງການຄ້າ ພ້ອມດ້ວຍເຂດວາງສະແດງວັດຖຸດິບໃໝ່ ແລະ ການນຳໃຊ້ເປັນຕົ້ນ,ຜະລິດຕະພັນທີ່ນຳວາງສະແດງການເກືອບທຸກຂົງເຂດ:ທາງບົກ,ທາງທະເລ,ທາງອາກາດ,ການບິນອະວະກາດ,ເອເລັກໂຕຣນິກ ແລະ ເຄືອຂ່າຍຕ່າງໆ, ຜະລິດຕະພັນລະດັບກ້າວໜ້າຕ່າງໆຢູ່ໃນໂລກໄດ້ໂຮມສູນຢູ່ໃນງານວາງສະແດງຄັ້ງນີ້.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ມະນຸດເກັບຕົວຢ່າງຢູ່ໜ້າດິນດາວອັງຄານຄັ້ງທຳອິດຈະດຳເນີນຄືແນວໃດ?
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved