ທ່ານ ສີຈິ້ນຜິງ ພົບປະເຈລະຈາກັບປະທານາທິບໍດີແຟງລັງ
ຕອນບ່າຍວັນທີ 29 ຕຸລານີ້ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານ ອາເລັກຊານເດີ ສຕຸບ ປະທານາທິບໍດີແຟງລັງທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ.
ໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນຄໍາເຫັນກ່ຽວກັບການພັດທະນາສາຍພົວພັນລະຫວ່າງຈີນ-ແຟງລັງ, ເປີດກວ້າງການຮ່ວມມືດ້ານອຸດສາຫະກໍາຈະເລີນໃໝ່ຕ່າງໆ ເຊັ່ນ: ການຫັນເປັນແບບສີຂຽວ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເສດຖະກິດດີຈີຕອນ, ປັນຍາປະດິດ ແລະ ພະລັງງານໃໝ່ ເປັນຕົ້ນ, ກໍຄືການຊຸກຍູ້ສາຍພົວພັນລະຫວ່າງຈີນ-ເອີຣົບໃຫ້ໄດ້ຮັບການພັດທະນາຢ່າງສະດວກ ແລະ ບັນຫາອື່ນໆ. ຈີນຕົກລົງຈັດເອົາແຟງລັງເຂົ້າໃນບັນຊີລາຍຊື່ປະເທດປະຕິບັດນະໂຍບາຍຍົກເວັ້ນວີຊາພຽງຝ່າຍດຽວຂອງຈີນ ເພື່ອສະແດງຄວາມຍິນດີຕ້ອນຮັບເພື່ອນມິດຈາກແຟງລັງເຂົ້າມາດໍາເນີນທຸລະກິດ, ທ່ອງທ່ຽວ ແລະ ສຶກສາຕໍ່ຢູ່ຈີນໃຫ້ຫຼາຍກວ່າເກົ່າ.
ນອກນີ້, ສອງຝ່າຍຍັງໄດ້ລົງເລິກແລກປ່ຽນຄໍາເຫັນກ່ຽວກັບວິກິດການອູແກຣນ ແລະ ການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນ. ທ່ານ ສີຈິ້ນຜິງ ໄດ້ບັນລະຍາຍເຖິງຫຼັກໝັ້ນຕາມຫຼັກການຂອງຈີນ ໂດຍຢືນຢັນວ່າ: ຈີນຍິນດີສຸມຄວາມພະຍາຍາມຮ່ວມກັນກັບຝ່າຍຕ່າງໆທີ່ກ່ຽວຂ້ອງລວມທັງແຟງລັງ, ສືບຕໍ່ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຊຸກຍູ້ການແກ້ໄຂວິກິດການໂດຍສັນຕິ.
ພາຍຫຼັງການພົບປະເຈລະຈາ, ປະມຸກລັດສອງປະເທດໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການລົງນາມໃນເອກະສານຮ່ວມມືສອງຝ່າຍຫຼາຍສະບັບໃນຂົງເຂດຕ່າງໆ ເຊັ່ນ: ການສຶກສາ, ຊົນລະປະທານ, ການອະນຸລັກສິ່ງແວດລ້ອມ, ເສດຖະກິດໝູນວຽນ, ຜະລິດຕະພັນອາຫານກະສິກໍາ ເປັນຕົ້ນ.
ສອງຝ່າຍໄດ້ວາງ “ແຜນດໍາເນີນງານຮ່ວມວ່າດ້ວຍການຊຸກຍູ້ສາຍພົວພັນຄູ່ຮ່ວມແບບໃໝ່ທີ່ມຸ່ງໜ້າໄປສູ່ອະນາຄົດລະຫວ່າງຈີນ-ແຟງລັງ ສະບັບປີ 2025-2029”.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved