ພາສາລາວ

ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມສົນທະນາຜູ້ນຳ“ບຣິກສ+”ແລະກ່າວຄຳປາໄສທີ່ສຳຄັນ

CRI2024-10-25 12:23:34
Share
Share this with Close
Messenger Pinterest LinkedIn

ຕອນເຊົ້າວັນທີ 24 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສົນທະນາຜູ້ນຳ“ບຣິກສ+”ຢູ່ສູນປະຊຸມແລະວາງສະແດງຄາຊານຂອງຣັດເຊຍ ພ້ອມທັງໄດ້ກ່າວຄຳປາໄສທີ່ສຳຄັນພາຍໃຕ້ຫົວຂໍ້“ສຸມກຳລັງທີ່ໃຫຍ່ຫຼວງຂອງເຂດໂລກໃຕ້ ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ໂດຍຊີ້ໃຫ້ເຫັນວ່າ: ຕ້ອງປົກປັກຮັກສາສັນຕິພາບຢ່າງເດັດດ່ຽວໜຽວແໜ້ນ, ບັນລຸຄວາມໝັ້ນຄົງຮ່ວມກັນ, ຟື້ນຟູການພັດທະນາຄືນໃໝ່, ບັນລຸຄວາມຈະເລີນໂດຍທົ່ວໄປ, ຮ່ວມກັນສ້າງອະລິຍະທຳໃຫ້ຈະເລີນ, ບັນລຸຄວາມກົມກຽວຫຼາຍເຄົ້າ.

ທ່ານສີຈິ້ນຜິງຍັງກ່າວເນັ້ນວ່າ: ບໍ່ວ່າສະພາບການສາກົນຈະມີການປ່ຽນແປງຄືແນວໃດກໍຕາມ, ຈີນກໍຈະເອົາໃຈໃສ່ນຳເຂດໂລກໃຕ້ ສ້າງພື້ນຖານຢູ່ເຂດໂລກໃຕ້ຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນປະເທດເຂດໂລກໃຕ້ຫຼາຍກວ່າເກົ່າເຂົ້າຮ່ວມພາລະກິດບຣິກສ, ໂຮມກຳລັງທີ່ໃຫຍ່ຫຼວງຂອງເຂດໂລກໃຕ້, ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn